ໄທຖືການຮ່ວມມືກັບຫວຽດນາມແມ່ນບຸລິມະສິດແຖວໜ້າ

ໄທຖືການຮ່ວມມືກັບຫວຽດນາມແມ່ນບຸລິມະສິດແຖວໜ້າ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ
ຕ້ອນຮັບ​ທ່ານ ດອນ ພຣະມັດ​ວິ​ໃນ
(ພາບສຳນັກຂ່າວສານຫວຽດນາມ)

(vovworld) - ​​ ວັນ​ທີ 08/07, ທີ່​ການ​ຕ້ອນຮັບ​ທ່ານ ດອນ ພຣະມັດ​ວິ​ໃນ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ໄທ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ຢືນຢັນ​ວ່າ: ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽດນາມ ປາດ​ຖະໜາ​ຢາກ​ປັບປຸງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ກັບ ​ໄທ ​ໃນ​ຫລາຍ​ຂົງ​ເຂດ, ປາດ​ຖະໜາ​ວ່າ ໄທ ມີສະຖຽນ​ລະ​ພາບ ​ແລະ ພັດທະນາ. ທ່ານ​ນາຍ​ົກລັດຖະມົນຕີ ​ເນັ້ນ​ໜັກ​ວ່າ: ລັດຖະບານ ຫວຽດນາມ ​ໃຫ້​ຄຳ​ໝັ້ນ​ສັນຍາ ຍາມ​ໃດ​ກໍ່ສ້າງ​ເງື່ອນ​​ໄຂ​ສະດວກ​ໃຫ້​ບັນດາ​ນັກ​ລົງທຶນ ​ແລະ ວິ​ສາ​ຫະກິດ ​ໄທ ​ເຄື່ອນ​ໄຫວ​ຢ່າງສະດວກ​ຢູ່ ຫວຽດນາມ; ​ສົ່ງ​ເສີມ​ວິ​ສາ​ຫະກິດ ​ໄທ ລົງທຶນ​ເຂົ້າ​ໃນ​ບັນດາ​ຂົງ​ເຂດ​ຄື: ນ້ຳມັນ​ອາຍ​ແກ​ສ, ​ໄຟຟ້າ, ກໍ່ສ້າງ​ເຂດ​ອຸດສາຫະກຳ, ຕ່ຳ​ແຜ່ນ​ຕັດຫຍິບ…ທີ່​ການ​ຕ້ອນຮັບ, ທ່ານ​ນາຍົກ​ລັດຖະມົນຕີ ຫງວຽນ​ຊວນ​ຟຸກ ສະ​ເໜີ ​ໄທ ສະໜັບສະໜູນ ​ແລະ ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ ອາ​ຊຽນ ​ເພື່ອຮັບປະກັນ​ຮັກສາ​ຫຼັກ​ໝັ້ນ​ລວ​ມຂອງ ອາ​ຊຽນ ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ, ຊຸກຍູ້​ບັນລຸ​ໄດ້ປະມວນ​ຂໍ້​ກຳນົດ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ໂດຍ​ໄວ. ທ່ານ​ນາຍົກລັດຖະມົນຕີກໍ່ສະ​ເໜີ 2 ຝ່າຍ​ສົມທົບ​ກັບ​ບັນດາ​ປະ​ເທດ, ອົງການ​ຈັດ​ຕັ້ງ​ສາກົນ​ໃນ​ການ​ພັດທະນາ, ຄຸ້ມ​ຄອງ ​ແລະ ນຳ​ໃຊ້​ແຫຼ່ງນ້ຳ​ແມ່​ນ້ຳຂອງ​ໃຫ້​ໝັ້ນຄົງ ​ແລະ ມີ​ປະສິດ​ທິຜົນ.

        ສ່ວນທ່ານ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທ​ດ ​ໄທ ດອນ ພຣະມັດ​ວິ​ໃນ ປາດ​ຖະໜາ​ຢາກ​ພັດທະນາ​ການ​ພົວພັນ​ກັບ ຫວຽດນາມ ​ໃນ​ທຸກ​ຂົງ​ເຂດ, ຖື​ການ​ຮ່ວມ​ມື​ກັບ ຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ບັນດາ​ບຸລິມະສິດ​ແຖວ​ໜ້າ​ຂອງ​ປະ​ເທດ​ນີ້; ພ້ອມ​ທັງ ສະ​ແດງ​ຄວາມປາດ​ຖະໜາ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ ຈະຕ້ອນຮັບ​ວິ​ສາ​ຫະກິດ ຫວຽດນາມ ຫລາຍ​ແຫ່ງ ມາ​ລົງທຶນ​ຢູ່ ​ໄທ. ລັດຖະບານ​ ໄທ ​ໃຫ້​ຄຳ​ໝັ້ນ​ສັນຍາ​ສ້າງ​ທຸກ​ເງື່ອນ​ໄຂ​ສະດວກ​​ໃຫ້​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ລົງທຶນ​ທຳ​ມາ​ຫາ​ກິ​ນ. ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ທ່ານ ດອນ ພຣະມັດ​ວິ​ໃນ ຢືນຢັນ​ວ່າ ທັດສະນະ​ຂອງ ​ໄທ ​ນັ້ນແມ່ນ​ບັນດາ​ຝ່າຍ​ຕ້ອງ​ມານະ​ພະຍາຍາມ ​ເພື່ອ​ແກ້​ໄຂ​ບັນດາ​ການ​ຂັດ​ແຍ້​ງ ກັນ; ມານະ​ພະຍາຍາມ​ສາມັກ​ຄີ​ ​ແລະ ຮ່ວມ​ມື ​ເພື່ອ​ເຮັດ​ໃຫ້​ນຳ​ທະ​ເລ​ຕາ​ເວັນ​ອອກກາຍ​ເປັນ​​ເຂດ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ພັດທະນາ.

 

 

ຂ່າວ/ບົດ​ອື່ນ