ໄທ​ນຳ​ໃຊ້​ມາດ​ຕະ​ການ​ຢ່າງ​ແຮງ​ຢູ່ “ເຂດ​ແດງ”

(VOVWORLD) -ມາດຕະການເພີ່ມທະວີການຄວບຄຸມ ຈະໄດ້ຍື່ນສະເໜີຕໍ່ ທ່ານນາຍົກລັດຖະມົນຕີ ໄທ ປຣະຢຸດ ຈັນໂອຊາ ໃນວັນທີ 4 ມັງກອນ, ເຊິ່ງຈະໄດ້ແບ່ງເປັນ 2 ກຸ່ມ. 
ໄທ​ນຳ​ໃຊ້​ມາດ​ຕະ​ການ​ຢ່າງ​ແຮງ​ຢູ່ “ເຂດ​ແດງ” - ảnh 1ປະຊາຊົນໄທຖ້າກວດຫາເຊື້ອໄວຣັດ (ພາບ: TTXVN)

ສູນຄວບຄຸມສະພາບການໂລກລະບາດໂຄວິດ - 19 ຂອງລັດຖະບານ ໄທ (CCSA) ໄດ້ປະກາດມາດຕະການຄວບຄຸມຢູ່ 28 ແຂວງ “ເຂດແດງ”ຢ່າງເຂັ້ມງວດ, ຄາດວ່າຈະມີຜົນສັກສິດນັບແຕ່ວັນທີ 4 ມັງກອນ ໄປຈົນຮອດວັນທີ 1 ກຸມພາ, ໃນສະພາບການທີ່ມີຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ສືບຕໍ່ເພີ່ມຂຶ້ນ

ມາດຕະການເພີ່ມທະວີການຄວບຄຸມ ຈະໄດ້ຍື່ນສະເໜີຕໍ່ ທ່ານນາຍົກລັດຖະມົນຕີ ໄທ ປຣະຢຸດ ຈັນໂອຊາ ໃນວັນທີ 4 ມັງກອນ, ເຊິ່ງຈະໄດ້ແບ່ງເປັນ 2 ກຸ່ມ. ກຸ່ມທີ 1 ກຳນົດເວລາເຄື່ອນໄຫວຂອງການດຳເນີນທຸລະກິດຮູບແບບຕ່າງໆ, ຄົ້ນຫາ ແລະ ຈັບຄົນທີ່ເຕົ້າໂຮມກັນຜິດກົດໝາຍ, ບໍ່ສົ່ງເສີມການເດີນທາງໄປມາລະຫວ່າງບັນດາທ້ອງຖິ່ນ…

ຖ້າຫາກວ່າ ກຸ່ມມາດຕະການທີໜຶ່ງມີ ປະສິດທິຜົນ, ກຸ່ມມາດຕະການທີ 2 ຈະໄດ້ນຳໃຊ້. ກຸ່ມມາດຕະການນີ້ອາດຈະລວມມີການນຳໃຊ້ມາດຕະການປະກາດສະພາວະສຸກເສີນ (Curfew) , ພ້ອມທັງຮູບແບບດຳເນີນທຸລະກິດຈຳນວນໜຶ່ງ ຕ້ອງບັງຄັບໃຫ້ປິດປະຕູ ແລະ ຫ້າມເຕົ້າໂຮມກັນຫຼາຍຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ