ໄທ:ບໍ່ສາມາດຈັດຕັ້ງການເລືອກຕັ້ງໃນໄລຍະນີ້

ໄທ:ບໍ່ສາມາດຈັດຕັ້ງການເລືອກຕັ້ງໃນໄລຍະນີ້ - ảnh 1
ການປະທະກັນລະຫວ່າງປະຊາຊົນກັບທະຫານ
(ພາບ: AP)

(vovworld) –  ວັນ​ທີ 29/5, ທ່ານ​ຮອງ​ເສນາ​ທິການ​ກອງທັບ ​ໄທ, ພົນ​ຕີ ​ຈັດຈະເລີນ ຈະເຫຼີມສຸກ ຢືນຢັນ​ວ່າ: “ບໍ່​ສາມາດ​ຈັດ​ຕັ້ງ​ການ​ເລືອກຕັ້ງ​ໃນ​ໄລຍະ​ນີ້” ​ຍ້ອນ​ບັນດາ​ການ​ແຫ່​ຂະ​ບວນປະ​ທ້ວງ​ຍັງ​ຄົງ​ສືບ​ຕໍ່​ເກີດ​ຂຶ້ນ​ຢູ່​ນະ​ຄອນຫຼວງ. ​ເຖິງ​ວ່າ, ບັນດາ​ການ​ແຫ່​ຂະ​ບວນປະ​ທ້ວງ​ມີ​ຂອບ​ຂະໜາດ​ນ້​ອຍກໍ່​ຕາມ ​ແຕ່​​ລະດັບ​ຄວາມ​ເຄ່ັງ​ຕຶງພັດເພີ່ມຂຶ້ນ. ຕາມ​ນາຍ​ພົນ ຈັດຈະເລີນ ຈະເຫຼີມສຸກ​ ​ແລ້ວ, ​ແນ່ນອນ​ວ່າ ​ໄທ ຈະ​ຈັດ​ຕັ້ງ​ການ​ເລືອກ​ຕັ້ງ, ​ແຕ່​ວ່າ​ປະຈຸ​ບັນ​ຍາກ​ທີ່​ຈະ​ຍົກ​ອອກ​ແຜນການ​ລະອຽດໄດ້.

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ປະທານ​ສະພາ​ສັນຕິພາບ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ (NCPO), ນາຍ​ພົນ ປຣາຢຸດ ຈັນ​ໂອ​ຈາ ​ໄດ້​ປະກາດ​ໃຊ້​​ຊີ້​ນຳວິວັດ​ການຈັດ​ຕັ້ງ​ການ​ເລືອ​ກຕັ້ງ​ເຊິ່ງລວມມີ 3 ບາ​ດກ້າວ. ນັ້ນ​ແມ່ນ: ​ຟື້ນ​ຟູ​ການ​ຄຸ້ມ​ຄອງ​ຂອງ​ອຳ​ນາດ​ການ​ປົກຄອງ​​ໃນ​ທົ່ວ​ປະ​ເທດ​ໂດຍ​ໄວ, ສ້າງ​​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ເພື່ອ​ສ້າງ​ຕັ້ງ​ສະພາ​ນິຕິບັນຍັດ ​ແລະ ສະພາ​ເລືອກ​ຕັ້ງ, ສົມທົບ​ກັບ​ທຸກ​ຂັ້ນ​ເພື່ອ​ແນ​ໃສ່​ຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ຢ່າງມີປະຊາທິປະ​ໄຕ.


ຂ່າວ/ບົດ​ອື່ນ