ໄທປະກາດກົດໄອຍະການເສິກ

ໄທປະກາດກົດໄອຍະການເສິກ - ảnh 1
ທະຫານໄທພວມປະຕິບັດບັນດາບາດກ້າວຈຳເປັນເພື່ອປົກປັກຮັກສາຄວາມສະຫງົບ ແລະ ກົດໝາຍ
(ພາບ: AP)

(vovworld) – ຕອນ​ເຊົ້າ​ວັນ​ທີ 20/5, ຜູ້​ບັນຊາ​ການ​ທະຫານ​ບົກ ​ໄທ ທ່ານ ປຣາຢຸດ ຈັນ​ໂອ​ຈາ ​ໄດ້​ຖະ​ແຫຼ​ງປະກາດ​ກົດ​ໄອ​ຍະ​ການ​ເສິກ​ໃນຂອບ​ເຂດ​ທົ່ວ​ປະ​ເທດ ​ແລະ ມີ​ຜົນ​ບັງຄັບ​ໃຊ້​ແຕ່​​ເວລາ 3 ​ໂມງ​ເຊົ້າ. ນອກຈາກ​ນັ້ນ, ທະຫານ​ບົກ ​ໄທ ​ໄດ້​ອອກຖະ​ແຫຼ​ງການ​ 2 ສະບັບໃນ​ນັ້ນ​ໃຫ້​ຮູ້​ວ່າ: ຍົກ​ເລີກ​ການ​ປະກາດ​ກົດໝາຍ​ປ້ອງ​ກັນ​ຄວາມ​ສະຫງົບ​ພາຍ​ໃນ, ຍົກ​ເລິກ​ສູນ​ປົກ​ປັກ​ຮັກສາ​ຄວາມ​ສະຫງົບຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ, ອົງການ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຕາມ​ກົດໝາຍ​ສະບັບ​ນີ້. ຖະ​ແຫຼ​ງການ​ທີ່ 2 ກໍ່​ໃຫ້​ຮູ້​ວ່າ: ສ້າງ​ກອງ​ບັນຊາ​ການ​ປົກ​ປັກ​ຮັກສາ​ຄວາມ​ສະຫງົບຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ, ​ແທນ​ທີ​ໃຫ້ສູນ​ປົກ​ປັກ​ຮັກສາ​ຄວາມ​ສະຫງົບຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ ​ເພື່ອ​ບໍລິຫານ​ວຽກ​ງານ ​ໂດຍ​ຜູ້ນຳ​ແມ່ນ ທ່ານ ຜູ້​ບັນຊາ​ການ​ທະຫານ​ບົກ ປຣາຢຸດ ຈັນ​ໂອ​ຈາ. ປະຈຸ​ບັນ, ທະຫານ​ບົກ ​ໄທ ​ໄດ້ສົ່ງ​ບັນດາ​ກຳລັງ​ເຖິງ​ອົງການ​ສຳຄັນ​ຫຼາຍ​ແຫ່ງ ​ແລະ ບັນດາ​ອົງການ​ສື່​ມວນ​ຊົນ​ສຳຄັນ​ຂອງ​ປະ​ເທດ​ຊາດ. ທະຫານ​ບົກ ​ໄທ ກໍ່​ຮຽກຮ້ອງ​ໃຫ້ 2 ກຳລັງ​ແຫ່​ຂະ​ບ​ວນປະ​ທ້ວງ​ຕ້ານ ​ແລະ ສະໜັບສະໜູນ ລັດຖະບານ ຢຸດຕິ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ຕົນ​ເພື່ອ​ແນ​ໃສ່​ສະກັດ​ກັ້ນ​ສະພາບ​ການປະ​ທະ​ກັນ​ທີ່​ເຄັ່ງ​ຕຶງ​ໃນ​ປະຈຸ​ບັນ.

    ກົດ​​ໄອ​ຍະການ​ເສິກ​ໄດ້​ຖືກ​ປະກາດ​ໃນ​ສະພາບ​ການ​ທີ່ກຳລັງ​ຕ້ານ​ລັດຖະບານ ​ແລະ ສະໜັບສະໜູນ​ລັດຖະບານ ລ້ວນ​ແຕ່​ພວມ​​ເຕົ້າ​ໂຮມ​ກຳລັງ​ຢູ່​ໃນ​ລະດັບ​ສູງ​ສຸດ ​ແລະ​ ອາດ​ຈະ​ເກີດ​ການ​ປະ​ທະ​ກັນ​ທີ່​ນອງ​ເລືອດ ​ແລະ ການ​ຈາລະ​ຈົນ​ຢ່າງ​ຮຸ​ນ​ແຮງຂຶ້ນ. ຮອດ​ຮູ່ງ​ເຊົ້າ​ວັນທີ 20/5, ທຸກໆ​ການ​ເຄື່ອນ​ໄຫວ​ຢູ່​ບາງກອກ ກໍ່​ຄື​ຢູ່ ​ໄທ ຍັງ​ຄົງ​ໄດ້​ດຳ​ເນີນ​ໄປ​ເປັນ​ປົກກະຕິ​ດ້ວຍ​ການ​ປະກົດ​ຕົວ​ຂອງກຳລັງ​ທະຫານ​ບົກ ​ໄທ ຢູ່​ແຫ່ງ​ຕ່າງໆ.

 


ຂ່າວ/ບົດ​ອື່ນ