ໄທປະກາດຈະຈັບຕົວ ຜູ້ນຳຈັດການແຫ່ ຂະບວນປະທ້ວງ ໃນໄວນີ້


ໄທປະກາດຈະຈັບຕົວ ຜູ້ນຳຈັດການແຫ່ ຂະບວນປະທ້ວງ ໃນໄວນີ້ - ảnh 1
ຜູ້ນຳຈັດການ​ແຫ່​ຂະ​ບວນປະ​ທ້ວງ ​ສຸ​ເທບ ​ເທືອກສຸບັນ

 (ພາບ: AP)

 (vovworld)- ​ ວັນທີ 27/1, ບັນດາ​ເຈົ້າໜ້າ​ທີ່​ບໍລິຫານສູນ​ປົກ​ປັກ​ຮັກສາ​ສັນ​ຕິ​ພາບ​ໄທ ປະກາດ​ວ່າ, ທ່ານ​ສຸ​ເທບ ​ເທືອກສຸບັນ, ຜູ້ນຳຈັດການ​ແຫ່​ຂະ​ບວນປະ​ທ້ວງ​ຈະ​ຖືກ​ຈັບ​ຕົວ​ໃນ​ຊຸມ​ວັນ​ຈະ​ມາ​ເຖິງ ​ແລະ ກ່າວ​ເຕືອນ​ວ່າ​ທ່ານ​ຜູ້​ນີ້​ຄວນ​ອອກ​ຍອມ​ຈຳນົນ​ຕໍ່ອຳນາດ​ການ​ປົກຄອງ. ຕາມ​ສູນ​ດັ່ງກ່າວ​ແລ້ວ, ທ່ານ​ສຸ​ເທບ ​ເທືອກສຸບັນ ຈະ​ຖືກ​ຈັບ​ຕົວ​ຍ້ອນ​ມີ​ການ​ກະທຳ​ຜິດ​ວາງ​ແຜນ​ກໍ່​ການ​ຈະລາຈົນ ຫາກ​ບໍ່​ແມ່ນ​ຜູ້ນຳ​ພາ​ຂະ​ບວນການແຫ່​ຂະ​ບວນປະ​ທ້ວງຕ້ານ​ລັດຖະບານ. ປະຈຸ​ບັນ, ທ່ານ​ສຸ​ເທບ ​ເທືອກສຸບັນ ພວມ​ຖືກ​ຕາມ​ລ່າ​ຕາມ​ຄຳ​ສັ່ງ​ຂອງ​ສານ ​ແລະ ຄາດ​ວ່າ, ການຈັບ​ຕົວທ່ານ​ສຸ​ເທບ ​ເທືອກສຸບັນ ປະສົບ​ຄວາມ​ເຄັ່ງ​ຕຶງຍ້ອນ​ການ​ຕ້ານ​ຢັນ​ຂອງ​ກຳລັງ​ອາລັກຂາ​ຂອງ​ຜູ້ກ່ຽວ. ສູນ​ປົກ​ປັກ​ຮັກສາ​ສັນ​ຕິ​ພາບ​ໄທ ​ໄດ້ຕົກລົງ​ຈະ​ເລີ່​ມດຳ​ເນີນ​ການຈັບ​ຕົວຜູ້ນຳຈັດການ​ແຫ່​ຂະ​ບວນປະ​ທ້ວງຕ້ານ​ລັດຖະບານລວມ 16 ຄົນ​ນັບ​ແຕ່​ວັນ​ທີ 27/1 ​ເປັນຕົ້ນ​ໄປ./.

ຂ່າວ/ບົດ​ອື່ນ