ໄທປະກາດສະຫລຸບ ກ່ຽວກັບເຫດວາງລະ ເບີດໃສ່ຂະບວນຄົນ ແຫ່ຂະບວນປະທ້ວງ


ໄທປະກາດສະຫລຸບ ກ່ຽວກັບເຫດວາງລະ ເບີດໃສ່ຂະບວນຄົນ ແຫ່ຂະບວນປະທ້ວງ - ảnh 1

ຕຳຫຼວດ​ໄທສະກັດ​ກັ້ນຜູ້​ແຫ່​ຂະ​ບວນປະ​ທ້ວງ

(ພາບ: Reuters)

 (vovworld)- ​ວັນ​ທີ 19/1, ສູນ​ປະຕິບັດ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ​ແລະ ສັນຕິພາບ​ຂອງ​ໄທ ​ໃຫ້​ຮູ້​ວ່າ: ​ເຫດ​ວາງ​ລະ​ເບີດ​ໃສ່ຂະ​ບວນຄົນ​ແຫ່​ຂະ​ບວນປະ​ທ້ວງ ​ໂດຍທ່ານ ທຸ​ເທບ ​ເທືອ​ກສຸບັນ ນຳ​ໜ້າ ຊື່​ງ​ເຮັດ​ໃຫ້​ຜູ້ 1 ​ເສຍ​ຊີວິດ​ນັ້ນແມ່ນ​ຍ້ອນ​ບຸກຄົນ​ໃນ​ຂະ​ບວນດັ່ງກ່າວກໍ່​ຂຶ້ນ. ຂໍ້​ສະຫລຸບ​ນີ້​ຍັງ​ໃຫ້​ຮູ້​ວ່າ: ​ເຫດ​ວາງ​ລະ​ເບີດ​ມີ​ການ​ກ່ຽວຂ້ອງ​ຢ່າງ​ໜ້ອຍ​ສຸດເຖິງ​ 2 ຄົນ​ທີ່​ໄດ້​ແຊກ​ຕົວເຂົ້າຂະ​ບວນຄົນ​ແຫ່​ຂະ​ບວນປະ​ທ້ວງ. ຕຳຫຼວດ​ຖື​ວ່າ, ​ເຫດ​ວາງລະ​ເບີດຄັ້ງ​ນີ້​ແມ່ນ​ເພື່ອ​ແນ​ໃສ່​ຜູ້​ເຂົ້າຮ່ວມ​ການ ແຫ່​ຂະ​ບວນປະ​ທ້ວງ ຫາກບໍ່ແມ່ນ​ແນ​ໃສ່ທ່ານ ທຸ​ເທບ ​ເທືອ​ກສຸບັນ ພ້ອມ​ທັງ​ປະ​ຕິ​ເສດ​ຄຳ​ກ່າວ​ຫາ​ກ່ຽວຂ້ອງ​ເຖິງ​ເຫດ​ບຸກ​ໂຈມ​ຕີ​ນີ້. ກ່ອນ​ໜ້ານັ້ນ, ວັນ​ທີ 18/1, ບັນດາ​ຫົວໜ້າ​ຂະ​ບວນແຫ່ໄດ້​ກ່າວ​ຫາ​​ລັດຖະບານ​ຕ້ອງ​ຮັບຜິດຊອບ​​ເຫດການ ​ແລະ ຮຽກຮ້ອງ​ໃຫ້ ປຊຊ ຈົ່ງ​ລົງ​ຖະໜົນ​ຍຶດຄອງ​ບັນດາ​ອົງການ​ປົກຄອງ​ນັບ​ແຕ່​ຕົ້ນອາທິດໜ້າ. ຍ້ອນ​ຄາດ​ຄະ​ເນ​ວ່າ ​ອາດ​ຈະ​ເກີດ​ການ​ໃຊ້​ຄວາມຮຸນ​​ແຮງ​ໃນ​ຂະນະ​ທີ່​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ເພີ່ມ​ທະວີບັ້ນຮົບ​ຍຶດຄອງ​ນະຄອນຫຼວງ, ສະນັ້ນ, ອຳນາດ​ການ​ປົກຄອງ​ໄທ ປະກາດ​ອາດ​ຈະນຳ​ໃຊ້​ກົດໝາຍ​ວ່າ​ດ້ວຍ​​ສະພາວະ​ສຸກ​ເສີນ ຖ້າ​ທຸກ​ສິ່ງທຸກ​ຢ່າງລະ​ເມີດ​ກົດໝາຍ./.

 

ຂ່າວ/ບົດ​ອື່ນ