ໄທ​ປະ​ກາດ​ເປົ້າ​ໝາຍ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ໃນ 2 ປີ​ຈະ​ມາ​ເຖິງ

(VOVWORLD) - ທ່ານປຣາຢຸດ ຈັນໂອຊາ ໃຫ້ຮູ້ວ່າ ລັດຖະບານຈະບໍ່ຮັບປະກັນບໍ່ວ່າບ້ວງເງິນກູ້ຢຶມໃດຍ້ອນວ່າ ງົບປະມານ ປີ 2021 ໃກ້ຈະໄດ້ຮັບການປະຕິບັດ.
ໄທ​ປະ​ກາດ​ເປົ້າ​ໝາຍ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ໃນ 2 ປີ​ຈະ​ມາ​ເຖິງ - ảnh 1ຊາວໄທໄປຊື້ເຄື່ອງພາຍຫຼັງບັນດາມາດຕະການຮັບມືກັບໂລກລະບາດ Covid - 19 ໄດ້ຮັບການຜ່ອນຜັນ (ພາບ: TTXVN) 

ທ່ານນາຍົກລັດຖະມົນຕີໄທ ປຣາຢຸດ ຈັນໂອຊາ ໄດ້ເນັ້ນໜັກເຖິງ ແຜນການພັດທະນາ ເສດຖະກິດ - ສັງຄົມ ຂອງປະເທດນີ້ໃນ 2 ປີຈະມາເຖິງແມ່ນຕ້ອງສຸມໃສ່ເຂົ້າການພັດທະນາເສດຖະກິດ ປະຊາຄົມ, ຍົກສູງກຳລັງຄວາມສາມາດໃນການແກ້ງແຍ້ງ, ຍົກລະດັບແຫຼ່ງຊັບພະຍາກອນມະນຸດ ແລະ ພັດທະນາພື້ນຖານໂຄງລ່າງ. ກ່າວຄຳເຫັນທີ່ກອງປະຊຸມນັດສາມັນຂອງ ສະພາພັດທະນາເສດຖະກິດ ແລ ສັງຄົມແຫ່ງຊາດ (NESDC) ໃນວັນທີ 21 ກັນຍາ, ທ່ານ ປຣາຢຸດ ຈັນໂອຊາ ໃຫ້ຮູ້ວ່າ ແຜນການຍຸດທະສາດແຫ່ງຊາດຂອງ ໄທ ຕ້ອງໄດ້ຮັບການປັບປຸງເພື່ອສຸມໃສ່ ເຂົ້າການຟື້ນຟູເສດຖະກິດ ແລະ ເສດຖະກິດທີ່ຖືກຜົນກະທົບຢ່າງແຮງຈາກໂລກລະບາດ Covid – 19 ໃຫ້ຫຼາຍກ່ວາອີກ. ຕາມທ່ານ ປຣາຢຸດ ຈັນໂອຊາ ແລ້ວ, ໃນໄລຍະເວລາແຕ່ 2021 – 2022, NESDC ຕ້ອງສຸມໃສ່ເຂົ້າບັນດາໂຄງການເພື່ອແກ້ໄຂ 4 ບັນຫາດັ່ງກ່າວ. ລັດຖະບານໄດ້ສະຫງວນຈຳນວນເງິນປະມານ 12,7 ຕື້ USD ເພື່ອອຸປະຖຳໃຫ້ແກ່ບັນດາຄວາມມານະພະຍາຍາມ ເພື່ອຟື້ນຟູເສດຖະກິດ ທີ່ຖືກທຳລາຍຈາກໂລກລະບາດ Covid – 19.

ຕອບກັບ

ຂ່າວ/ບົດ​ອື່ນ