ໄທປະຕິເສດຄຳສະເໜີໄປຕ່າງປະເທດຂອງອະດີດນາຍົດລັດຖະມົນຕີ ຍິງຣັກ ຊີນນະວັດ

ໄທປະຕິເສດຄຳສະເໜີໄປຕ່າງປະເທດຂອງອະດີດນາຍົດລັດຖະມົນຕີ ຍິງຣັກ ຊີນນະວັດ - ảnh 1
ທ່ານ​ນາງ​ອະດີດ​ນາຍົກລັດຖະມົນຕີ ຍິງຣັກ ຊີນ​ນະ​ວັດ
(ພາບອີນເຕີແນດ)


(vovworld) – ​ໃນ​ຖະ​ແຫຼ​ງການ​ໜຶ່ງ​ທີ່​ໄດ້​ຍົກ​ອອກ​ມາ​ໃນ​ວັນ​ທີ 08/02, ​ໂຄສົກ​ສະພາ​ສັນຕິພາບ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ແຫ່ງ​ຊາດ (NCPO) ວິນ​ໄທ ສຸວາຣີ ຊີ້​ແຈ້ງ​ວ່າຄຳ​ສະ​ເໜີ​ຂອງ​ທ່ານ​ນາງ​ອະດີດ​ນາຍົກລັດຖະມົນຕີ ຍິງຣັກ ຊີນ​ນະ​ວັດ ບໍ່​ໄດ້​ຮັບ​ຄວາມ​ເຫັນ​ດີຈາກ NCPO ຍ້ອນ​​ເລີ່ມ​ດຳ​ເນີນວິວັດ​ການ​ດ້ານ​ກົດໝາຍ​ຂອງ​ຄະດີ​ແລ້ວ, ​ໃນ​ນັ້ນ​ທ່ານ​ນາງ ຍິງຣັກ ຖືກ​ກ່າວ​ຫາ​ບໍ່​ປະຕິບັດ​ສຳ​ເລັດ​ໜ້າ​ທີ່​ໃນ​ໂຄງການ​ໜູນ​ຊ່ວຍ​ລາຄາ​ເຂົ້າສານ​ທີ່​ກໍ່​ຄວາມ​ໂຕ້​ຖຽງ​ກັນ. ທ່ານ​ເນັ້ນ​ໜັກ​ວ່າ NCPO ຕ້ອງ​ພິຈາລະນາ​ຢ່າງ​ລະມັດລະວັງ​ຄຳ​ສະ​ເໜີ​ດັ່ງກ່າວ​ເພື່ອ​ບໍ່ໃຫ້​ຄະດີ​ຖືກ​ສົ່ງຜົນ​ສະທ້ອນ ​ແລະ NCPO ຕ້ອງ​ຮ່ວມ​ມື​ກັບ​ບັນດາ​ອົງການ​ກ່ຽວຂ້ອງ ​ແລະ ​ແກ້​ໄຂ​ບັນຫາ​​ໃຫ້ຖືກ​ຕາມ​ກົດໝາຍ. ກ່ອນ​ທີ່​ຍົກ​ອອກ​ຂໍ້​ຕົກລົງ​ດັ່ງກ່າວ, NCPO ຕ້ອງ​ຄິດ​ໄລ່​ຊັ່ງຊາຫຼາຍ​ປັດ​​ໄຈ, ​ໃນ​ນັ້ນ​ມີ​ເຫດຜົນ​ໄປ​ຕ່າງປະ​ເທດ, ກໍ່​ຄື​ບັນດາ​ລະບຽບດ້ານ​ກົດໝາຍ.

        ​ແຕ່​ວ່າ, ທະນາຍຄວາມ​ຂອງ​ທ່ານ​ນາງ ຍິງ​ຮັກ ຖື​ວ່າ, ບໍ່​ມີ​ພື້ນຖານ​ດ້ານ​ກົດໝາຍ​ໃດໆ ​ເພື່ອ​ປະຕິ​ເສດ​ຄຳ​ສະ​ເໜີ​ຂອງ​ທ່ານ​ນາງ​ຍິງຣັກ ຍ້ອນ​ຫ້ອງການ​ໄອ​ຍະ​ການ (OAG) ຍັງ​​ຢູ່ໃນ​ວິວັດ​ການສ້າງ​ຮ່າງກ່າວໂທດ ​ແລະ ​ເອກະສານ​ຍັງ​ບໍ່​ທັນ​ໄດ້​ຍື່ນຕໍ່​ສານ​ສູງ​ສຸດ.

ຂ່າວ/ບົດ​ອື່ນ