ໄທ,ຟີລີບປີນຢັ້ງຢືນຄວນຮັກສາສັນຕິພາບແລະຄວາມໝັ້ນຄົງຢູ່ທະເລຕາເວັນອອກ

ໄທ,ຟີລີບປີນຢັ້ງຢືນຄວນຮັກສາສັນຕິພາບແລະຄວາມໝັ້ນຄົງຢູ່ທະເລຕາເວັນອອກ - ảnh 1
ປະ​ທາ​ນາ​ທິ​ບໍ​ດີ ຟີ​ລີບ​ປີນ Rodrigo Duterte ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ ປ​ຣາ​ຢຸດ ຈັນ​ໂອ​ຊາ
ພາບ:TTXVN

(vovworld)- ວັນ​ທີ 21/3, ປະ​ທາ​ນາ​ທິ​ບໍ​ດີ ຟີ​ລີບ​ປີນ Rodrigo Duterte ພວມ​ຢ້ຽມ​ຢາມ​ໄທ ໄດ້​ມີ​ການ​ເຈ​ລະ​ຈາ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ ປ​ຣາ​ຢຸດ ຈັນ​ໂອ​ຊາ, ປຶກ​ສາ​ຫາ​ລື​ຫລາຍ​ບັນ​ຫາ​ຊື່ງ​ສອງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ໃນ​ນັ້ນ ມີ​ການ​ຂັດ​ແຍ້ງ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ກ່າວ​ຄຳ​ເຫັນ​ທີ່​ການ​ປະ​ຊຸມ​ຂ່າວ​ພາ​ຍ​ຫລັງ​ການ​ເຈ​ລະ​ຈາ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ປ​ຣາ​ຢຸດ ຈັນ​ໂອ​ຊາ ແລະ ປະ​ທາ​ນາ​ທິ​ບໍ​ດີ ຟີ​ລີບ​ປີນ Rodrigo Duterte ເນັ້ນ​ຫນັກ​ວ່າ ຄວນ​ປະ​ຕິ​ບັດ​ຖະ​ແຫລງ​ການ​ກ່ຽວ​ກັບ​ການ​ປະ​ພຶດ​ຂອງ​ບັນ​ດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ປີ 2002 ກ​ໍ່​ຄື​ ສ້າງ​ຂອບ​ເຂດ​ຂອງ​ກົດ​ແຫ່ງ​ການ​ປະ​ພຶດ​ຂອງ​ບັນ​ດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ໃຫ້ສຳ​ເລັດ ໃນ​ປີນີ້. ​ສອງ​ຝ່າຍ​ກໍ​ເຫັນ​ດີ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ຄວາມ​ໝັ້​ນ​ຄົງ, ຄວາມ​ເສ​ລີ​ໃນ​ການ​ເດີນ​ເຮືອ ແລະ ການ​ບິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ທຸກ​ປະ​ເທດ​ພາຍ​ໃນ ແລະ ນອກ​ພາກ​ພື້ນ.  ປະ​ທາ​ນາ​ທິ​ບໍ​ດີ ຟີ​ລີບ​ປີນ Rodrigo Duterte ຢືນ​ຢັນ​ຄຳ​ໝັ້ນ​ສັນ​ຍາ​ຈະ​ຮ່ວມ​ມື​ກັບ​ໄທ ແລະ ບັນ​ດາ​ຝ່າຍ​ກ່ຽວ​ຂ້ອງ​ເພື່ອ​ເພີ່​ມ​ທະ​ວີ​ການ​ຮ່ວມ​ມື​ການ​ເດີນ​ເຮືອ, ຮັກ​ສາ​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ​ບົນ​ທະ​ເລ. ການ​ນຳ​ສອງ​ທ່ານ ຍັງ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ດາ​ມາດ​ຕະ​ການ​ເພື່ອ​ແນ​ໃສ່​ຊຸກ​ຍູ້​ດ້ານ​ການ​ຄ​້າ ແລະ ການ​ລົງ​ທຶນ​ລະ​ຫວ່າງ​ສອງ​ປະ​ເທດ​ກໍ​ຄື​ບົດ​ບາດ​ປະ​ທາ​ນ​ໝູນ​ວຽນ ອາ​ຊຽນ ຊື່ງ​ມາ​ນີ​ລາ ພວມ​ເປັນ​ປະ​ທານ.


ຕອບກັບ

ຂ່າວ/ບົດ​ອື່ນ