ໄທມີປະທານສະພາຜູ້ແທນລາຊະດອນຄົນໃໝ່

(VOVWORLD) -ດ້ວຍອັດຕາບັດເຫັນດີ 258 ບັດ ແລະ ບັດຄ້ານ 235 ບັດ, ວັນທີ 25 ພຶດສະພາ, ສະພາຜູ້ແທນລາຊະດອນໄທ ໄດ້ເລືອກຕັ້ງສະມາຊິກຂອງພັກປະຊາທິປະໄຕແມ່ນທ່ານ ຊວນ ຫຼີກໄພ ເປັນປະທານສະພາຜູ້ແທນລາຊະດອນ.

ໄທມີປະທານສະພາຜູ້ແທນລາຊະດອນຄົນໃໝ່ - ảnh 1 ທ່ານ ຊວນ ຫຼີກໄພ

(ພາບປະກອບ: nationmultimedia.com)

ທ່ານ ຊວນ ຫຼີກໄພ, ປະຈຸບັນອາຍຸ 80 ປີ, ເຄີຍດຳລົງຕຳແໜ່ງນາຍົກລັດຖະມົນຕີໄທ 2 ອາຍຸການ 1992 – 1995 ແລະ1997 – 2001. ທ່ານເຂົ້າເປັນສະມາຊິກພັກປະຊາທິປະໄຕ ເມື່ອປີ 1969 ແລະ ໄດ້ກາຍເປັນການນຳຂອງພັກນີ້ໃນປີ 1991. ປະທານພັກປະຊາທິປະໄຕປະຈຸບັນແມ່ນທ່ານ ຈຸນຣິນ ລັກສະນະວິສີດ, ຜູ້ທີ່ຫາກໍ່ໄດ້ຮັບການເລືອກຕັ້ງ ຍ້ອນທ່ານ ອະພິສິດ ເວດຊາຊີວະ ລາອອກຈາກຕຳແໜ່ງ ໃນການເລືອກຕັ້ງເມື່ອວັນທີ 24 ເມສາ.

        ກອງປະຊຸມຄັ້ງທຳອິດຂອງສະພາຜູ້ແທນລາຊະດອນ ດຳເນີນໃນຕອນເຊົ້າວັນທີ 25 ພຶດສະພາ, ດ້ວຍພິທີສາບານຕົວຮັບດຳລົງຕຳແໜ່ງຂອງສະມາຊິກສະພາ 498 ທ່ານ ແລະ ແກ່ຍາວຮອດຕອນຄ່ຳວັນດຽວກັນ, ເມື່ອການປ່ອນບັດລັບເພື່ອເລືອກເອົາການນຳສິ້ນສຸດລົງ.

ຕອບກັບ

ຂ່າວ/ບົດ​ອື່ນ