ໄທ,ມາເລເຊຍແລະສິງກະໂປ - ແມ່ນສະຖານທີ່ດຶງດູດຄົນງານອາຊຽນ

(VOVWORLD) -ຕາມບົດລາຍງານຫຼ້າສຸດຂອງທະນາຄານໂລກ (WB) ປະກາດໃນວັນທີ 09 ຕຸລາ, ໄທ, ມາເລເຊຍ ແລະ ສິງກະໂປ ໄດ້ກາຍເປັນບັນດາສູນຂອງຄົນງານຍົບພະຍົບທີ່ມາຈາກບັນດາປະເທດສະມາຊິກອື່ນໃນອາຊຽນ.
ໄທ,ມາເລເຊຍແລະສິງກະໂປ - ແມ່ນສະຖານທີ່ດຶງດູດຄົນງານອາຊຽນ - ảnh 1 (ພາບປະກອບ: AFP/TTXVN)

ດ້ວຍຫົວຂໍ້ “ອົບພະຍົບຊອກຫາກາລະໂອກາດ”, ບົດລາຍງານໃຫ້ຮູ້ວ່າ, ສະພາບອົບພະຍົບພາຍໃນກຸ່ມອາຊຽນ ໄດ້ເພີ່ມຂຶ້ນຫຼາຍພໍສົມຄວນໃນໄລຍະປີ 1995 – 2015 ແລະ ເຮັດໃຫ້ໄທ, ມາເລເຊຍ, ສິງກະໂປ ກາຍເປັນສູນຍົບພະຍົບໃນພາກພື້ນ ດ້ວຍຄົນງານອົບພະຍົບ 6,5 ລ້ານຄົນ, ກວມເອົາ 96% ຈຳນວນຄົນງານອົບພະຍົບໃນກຸ່ມ. ເສດຖະກິດອາຊຽນ ໄດ້ປະຕິບັດບາງມາດຕະການເພື່ອແນໃສ່ສ້າງເງື່ອນໄຂໃຫ້ຄົນງານອົບພະຍົບໃນພາກພື້ນ, ແຕ່ບັນດາຂໍ້ກຳນົດພຽງປັບປຸງຢູ່ບາງຂະແໜງ, ອາຊີບມີວິຊາການຄື: ທ່ານໝໍ, ໝໍແຂ້ວ, ຜູ້ອອກແບບ, ພາລະກອນທ່ອງທ່ຽວ…

ຕອບກັບ

ຂ່າວ/ບົດ​ອື່ນ