ໄທຢັ້ງຢືນກໍລະນີຕິດເຊື້ອພະຍາດເມີສທຳອິກ

ໄທຢັ້ງຢືນກໍລະນີຕິດເຊື້ອພະຍາດເມີສທຳອິກ - ảnh 1
ໄທຢັ້ງຢືນກໍລະນີຕິດເຊື້ອພະຍາດເມີສທຳອິກ
(ພາບປະກອບ: Reuters)


​(vovworld) - ວັນ​ທີ 18/06, ກະຊວງ​ສາທາລະນະ​ສຸກ​ໄທ ​ໄດ້​ຢັ້ງຢືນ​ກໍ​ລະນີອັກ​​ເສບລະ​ບົບ​ຫາຍ​ໃຈ​​ເຂດ​ຕາ​ເວັນ​ອອກ​ກາງ (​ເມີ​ສ) ທຳ​ອິດຢູ່​ປະ​ເທດ​ນີ້. ​ເປັນ​ອັນວ່າ, ​ໄທ ​ແມ່ນ​ປະ​ເທດ​ທີ 4 ຢູ່​​ອາຊີ​ ທີ່ມີ​ຜູ້​ຕິດ​​ເຊື້ອພະ​ຍາດ ເມີ​ສ  ​ໃນ​ປີ 2015, ຖັດຈາກ​ຟິລິບ​ປິນ, ຈີນ ​ແລະ ສ.​ເກົາຫຼີ. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ສາທາລະນະ​ສຸກ​ໄທ ຣັດຕະ ຣັດຕະນາ​ວີນ ​ໃຫ​້ຮູ້​ວ່າ, ກໍລະນີ​ຕິດ​ເຊື້ອພະຍາດ ເມີສ ດັ່ງກ່າວ​ແມ່ນ​ນັກທຸລະ​ກິດ ອາຍຸ 75 ປີ ມາ​ຈາກ Oman. ຜູ້​ນີ້​ມາ​ ບາງ​ກອກ ​ເພື່ອ​ບິ່ນ​ປົວ​ພະຍາດ​ໂລກຫົວ​ໃຈ ພ້ອມ​ກັບ​ຍາດຕິ​ພີ​ນ້ອງ 3 ຄົນ. ​ຜູ້​ນີ້​ຖືກ​ແຍກ​ຕົວ​ອອກ ​ໃນ​ຂະນະ​ທີ່​ມີ 59 ຄົນ​ເຄີຍ​ພົບ​ປະ​ກັບ​ຜູ້​ນີ້​ພວມ​ຖືກ​ຕິດຕາມຢ່າງ​ໃກ້ຊິດ.

ຂ່າວ/ບົດ​ອື່ນ