ໄທສະເຫຼີມສະຫຼອງ70ປີແຫ່ງວັນມະຫາກະສັດພູມິພົນອະດຸນຍະເດດຂຶ້ນຄອງລາດ

ໄທສະເຫຼີມສະຫຼອງ70ປີແຫ່ງວັນມະຫາກະສັດພູມິພົນອະດຸນຍະເດດຂຶ້ນຄອງລາດ - ảnh 1
ພາບປະກອບ

(vovworld) – ວັນ​ທີ 9/6, ​ໄທ ​ໄດ້​ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນ​ມະຫາ​ກະສັດ ພູມີ​ພົນ​ອະດຸນ​ຍາ​ເດດຂຶ້ນ​ຄອງ​ລາດ (9/6/1946 -9/6/2016), ​ເຊິ່ງ​ແມ່ນ​ເຈົ້າ​ຊີວິດທີ່​ຄອງ​ລາຊະ​ບັງ​ລັງ​ເປັນ​ເວລາຍາວ​ນານ​ທີ່​ສຸດ​ໃນ​ໂລກ. ບັນດາ​ການ​ເຄື່ອນ​ໄຫ​ວສະ​ເຫຼີ​ມສະ​ຫຼອງ​ໄດ້​ເລີ່​ມຕົ້ນ​ດ້ວຍ​ພິທີ​ຕັກ​ບາດ​​ໃຫ້​ບັນດາ​ພະສົງ​ຢູ່​ພະລາດ​ຊະ​ວັງ​ທີ່​ນະຄອນຫຼວງ ບາງກອກ, ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຄູບາ 770 ອົງ, ​ນີ້​ແມ່ນ​ຕົວ​​ເລກ​ທີ່​​ໄດ້​ຮັບ​ຖື​ວ່າ​​ແມ່ນ​ຊ່ວຍ​ນຳ​​ຄວາມ​ວັດທະນາ​ຖາວອນ. ທ່ານ​ນາຍົກລັດຖະມົນຕີ ​ໄທ​ ປຣາຢຸດ ຈັນ​ໂອຊາ ​ແລະ ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ລັດຖະບານ, ຜູ້ຕາງໜ້າ​ກອງທັບ, ຕຳຫຼວດ ​ໄດ້​ເປັນ​ປະທານ​ພິທີ​ນີ້. ​ເຖິງ​ວ່າ​ນີ້​ບໍ່​ແມ່ນ​ວັນພັກ​ລັດຖະການ, ​ແຕ່​ປະຊາຊົນ ​ໄທ ​ກໍ່ໄດ້​ສະ​ເຫ​ລີ​ມສະຫຼອງ 70 ປີ ແຫ່ງ​ວັນ​ມະຫາ​ກະສັດພູມີ​ພົນ​ອາດຸນ​ຍາ​ເດດຂຶ້ນ​ຄອງ​ລາດຢ່າງ​ສົມ​ກຽດ ດ້ວຍ​ການ​ນຸ່ງ​ເສື້ອ​ສີ​ເຫຼືອງ, ຕິດ​ຮູບ​​ເພີ່ນ​ຢູ່ທົ່ວ​ທຸກ​ແຫ່ງ, ຕິດ​ປ້າຍ​ໂຄສະນາຢູ່​ຕາມ​ສາຍ​ທາງ​ຫຼວງ.

        ພາຍຫຼັງ 7 ທົດ​ສະ​ວັດທີ່​ຂຶ້ນ​ຄອງ​ລາດ, ມະຫາ​ກະສັດ ພູມີ​ພົນ​ອະດຸນ​ຍາ​ເດດ ​​ໄດ້​ຮັບ​ຖື​ວ່າ​​ເປັນ​ເສົາ​ຄຳ​້ທີ່​ຮັກສາ​ຄວາມໝັ້ນຄົງ​ໃນ​ຕະຫຼອດ​ຫຼາຍທົດ​ສະ​ວັດຢູ່​ປະ​ເທດ​ນີ້. ທ່ານ​ກໍ່​ໄດ້​ຮັບ​ຄວາມ​ຮັກ​ແພງ​ເທີ​ດທູນ​ຈາກປະຊາຊົນຊາວ ​ໄທ ຍ້ອນ​ມີບັນດາ​ໂຄງການ​ພັດທະນາ​​ເຊິ່ງ​ໄດ້ນຳ​ມາ​​ຊີວິດ​ທີ່​ອິ່ມ​ໜຳ​ສຳລານ​ໃຫ້​ແກ່​ປະຊາຊົນ​ນັບ​ລ້ານ​ຄົນ.



ຂ່າວ/ບົດ​ອື່ນ