ໄທອອກຄຳສັ່ງຈັບຕົວຜູ້ຖືກສົງໄສຊາວປາກິດສຖານທີ່ກ່ຽວຂອງເຖິງເຫດວາງລະເບີດຢູ່ບາງກອກ

ໄທອອກຄຳສັ່ງຈັບຕົວຜູ້ຖືກສົງໄສຊາວປາກິດສຖານທີ່ກ່ຽວຂອງເຖິງເຫດວາງລະເບີດຢູ່ບາງກອກ - ảnh 1
(ພາບປະກອບ)

(vovworld) – ວັນ​ທີ 17/09, ​ໂຄ​ສົກ​ຕຳຫຼວດ​ໄທ ພຣະຢຸດ ຖາວອນຊີ້​ຮີ້ ​ໃຫ້​ຮູ້​ວ່າ, ສານ​ປະ​ເທດ​ນີ້​ໄດ້​ອອກ​ຄຳ​ສັ່ງ​ຈັບ​ຕົວ Abdul Tawab, ຊາວ ປາ​ກິດສຖານ, ຍ້ອນ​ກ່ຽວ​ຂ້ອງ​ເຖິງ​ເຫດ​ວາງ​ລະ​​ເບ​ີດທີ່​ນອງ​ເລືອດ​ຢູ່​ວິຫານ ​ເອຣະວັນ, ນະຄອນຫຼວງ​ບາງກອກ ​ເມື່ອ​ເດືອນ​ກ່ອນ. ທ່ານ ພຣະຢຸດ​ ໃຫ້​ຮູ້​ວ່າ ພາບ​ຖ່າຍ​ Tawab, ຜູ້​ທີ່​ຖືກ​ສົງ​ໄສ​ວ່າ​ໄດ້​ເຊື່ອງ​ຊ້ອນວັດຖຸ​ລະ​ເບີ​​ດ ​ແລະ ອາວຸດ​ຢ່າງ​ຜິດ​ກົດໝາຍ, ​ໃນ​ ປັດສັະປໍ  ​ເຊິ່ງຕຳຫຼວດ​ໄທ ​ເກັບ​ໄດ້ຢູ່ເຮືອນທາງ​ພາກ​ເໜືອ​ບາງກອກ. ຕາມ​ທ່ານ​ແລ້ວ, ບັນດາ​ຕົວ​ພະຍານ​ໄດ້​​ເຫັນ Tawab ​​ໃນຄົວ​​ເຮ​ືອນຢູ່​ເມືອງ ໜອງ​ຈອກ, ​ບ່ອນ​ທີ​ພົບ​ເຫັນ​ບັນດາ​ອຸປະ​ກອນ​ຜະລິດ​ລະ​ເບີດ. ທ່ານ ພຣະຢຸດ ​ໃຫ້​ຮູ້​ວ່າ, ຕາມ​ຜົນ​ແຫ່ງ​ການ​ສືບສວນ​ຂອງ​ຕຳຫຼວດ​ແລ້ວ, Tawab ​ໄດ້​ໜູນ​ຊ່ວຍ​ບາງ​ຄົນ​ທີ່​ຖືກ​ສົງ​ໄສວ່າ​​ໄດ້ປະຕິບັດ​​ການວາງ​ລະ​ເບີດ​ຢູ່​ບາງກອກ ໜີ​ໄປ.

ຂ່າວ/ບົດ​ອື່ນ