ໄທອາດຈະຈັດການເລືອກຕັ້ງທົ່ວປະເທດໃນເດືອນ7/2014ຈະມາເຖິງ

ໄທອາດຈະຈັດການເລືອກຕັ້ງທົ່ວປະເທດໃນເດືອນ7/2014ຈະມາເຖິງ - ảnh 1
ທ່ານນາງນາຍົກລັດຖະມົນຕີໄທ ຍີ່ງຣັກ ຊີນະວັດ
ພາບ:internet

(vovworld) -ວັນ​ທີ 16/4, ທ່ານ ສົມ​ໄຊ ສີ​ສຸດທີ​ຣາກອນ ​ສະມາຊິກ​ຄະນະ​ກຳມະການ​ເລືອກ​ຕັ້ງ​ໄທ(EC)ໃຫ້​ຮູ້​ວ່າ: ປະ​ເທດ​ນີ້ ອາດ​ຈະ​ຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ຄັ້ງ​​ໃຫມ່​ໃນ​ວັນ​ທີ 20 ຫລື 27/7 ຈະ​ມາ​ເຖິງ. ຖ້າ​ປະຕິບັດ​ຕາມ​ແຜນການ​ນີ້, ສະພາ​ແຫ່ງ​ຊາດ​ໄທ ຈະ​ຈັດ​ກອງ​ປະຊຸມ​ໃນ​ເດືອນ 9, ​ໃນ​ຂະນະ​ທີ່​ລັດຖະບານ​ໃຫມ່​ຈະ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ໃນ​ເດືອນ 10 ຈະ​ມາ​ເຖິງ.

EC ມີ​ແຜນການ​ຈະ​ພົບ​ປະ​ກັບ 70 ພັກ​ຝ່າຍ​ການ​ເມືອງ ​ໃນ​ວັນ​ທີ 22/4 ​ເພື່ອ​ຮັບ​ເອົາ​ຄຳ​ເຫັນ​ກ່ຽວ​ກັບ​ຈຸດ​ເວລາ​ຈັດຕັ້ງ​ການ​ເລືອກ​ຕັ້ງ​ຄັ້ງ​ໃຫມ່. ຕາມ​ທ່ານ ສົ​ມ​ໄຊ​ແລ້ວ, ມີ​ຫລາຍ​ມາ​ດຕະການ​ຈະ​ໄດ້​ຮັບ​ການ​ຮັບຮ​ອງ​ເອົາ ​ເພື່ອ​ຮັບປະກັນ​ການ​ຈົດ​ທະບຽນ​ຫາ​ສຽງ​ເລ​ືອກຕັ້ງຂອງ​ບັນດາ​ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ ​ເພື່ອ​ບໍ່​ມີ​​ເຫດ​ຜົນໃດ​ເຮັດ​ໃຫ້ການ​ເລືອກ​ຕັ້ງ​ຄັ້ງນີ້​ ຖືກ​ຍົກ​ເລີກ​ຄື​ການ​ເລືອກ​ຕັ້ງ​ໃນ​ວັນ​ທີ 2/2 ຜ່ານ​ມາ.

 

ຂ່າວ/ບົດ​ອື່ນ