ໄທຮັບດໍາລົງຕໍາແໜ່ງເປັນປະທານກອງປະຊຸມ ອາຊຽນ ກ່ຽວກັບບັນດາບັນຫາລັດຖະການ

(VOVWORLD) -ວັນທີ 31 ຕຸລາ, ກະຊວງການຕ່າງປະເທດໄທ ໄດ້ແຈ້ງໃຫ້ຊາບວ່າ ທ່ານນາງ Methini Thepmani, ເລຂາທິການໃຫຍ່ຫ້ອງການຄະນະກໍາມະການລັດຖະການໄທ ໄດ້ຮັບດໍາລົງຕໍາແໜ່ງເປັນປະທານກອງປະຊຸມ ອາຊຽນ ກ່ຽວກັບບັນດາບັນຫາລັດຖະການ (ACCSM) ຄັ້ງທີ 20, ອາຍຸການ 2019 – 2020.

        ໃນໄລຍະແຕ່ປີ 2019 – 2020, ໄທໄດ້ສະເໜີຫົວຂໍ້ວ່າ “ຊຸກຍູ້ການແກ້ໄຂບັນດາບັນຫາລັດຖະການໃນພາກພື້ນອາຊຽນ” ເຊິ່ງແທດເໝາະກັບຫົວຂໍ້ກວມລວມຂອງກອງປະຊຸມສຸດຍອດ ອາຊຽນ. ທ່ານນາງ Methini Thepmani ຫວັງວ່າ ຜົນງານໃນໄລຍະຈະມາເຖິງ ຈະຊຸກຍູ້ການແກ້ໄຂບັນດາບັນຫາລັດຖະການຢູ່ ອາຊຽນ.

         ໄທ ຈະສືບຕໍ່ເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້ໃນໄລຍະຜ່ານມາ, ພ້ອມທັງເປັນເຈົ້າການສະເໜີບັນດາຂໍ້ລິເລີ່ມ, ລວມທັງການສ້າງແຜນການເຄື່ອນໄຫວ ACCSM  ໄລຍະ 2021 – 2025 ເພື່ອຮັບມືກັບບັນດາສິ່ງທ້າທາຍໃໝ່ ສໍາລັບບັນດາບັນຫາລັດຖະການໃນພາກພື້ນ. ກອງປະຊຸມ SOM  ຄາດວ່າ ຈະຈັດຕັ້ງຂຶ້ນຢູ່ ຈຽງໄຣ ໃນເດືອນ ມີນາ 2019 ແລະ ບັນດາກອງປະຊຸມກ່ຽວຂ້ອງອື່ນ ຈະຖືກດໍາເນີນໃນເດືອນສິງຫາ 2019 ຢູ່ບາງກອກ.


ຕອບກັບ

ຂ່າວ/ບົດ​ອື່ນ