ໄທ​ເຊື່ອ​ໝັ້ນ​ຈະ​ຈັດ​ ​ກອ​ງ​ປະ​ຊຸມ​ຂັ້ນ​ສູງ APEC ຢ່າງ​ສຳ​ເລັດ​ຜົນ

(VOVWORLD) - ທ່ານນາຍົກລັດຖະມົນຕີ ປະຢຸດ ຈັນໂອຊາ ໃຫ້ຮູ້ວ່າໃນຖານະເປັນປະທານ APEC ປີນີ້, ທີ່ກອງປະຊຸມຂັ້ນສູງໃນເດືອນພະຈິກ ໄທຈະຍົກອອກບັນດາບັນຫາຄືການຟື້ນຟູເສດຖະກິດຫຼັງໂຄວິດ - 19, ຫັນການຄ້າ ແລະ ການລົງທຶນເປັນອັນສະດວກ, ບັນຫາໂລກຮ້ອນຂຶ້ນ ແລະ ພື້ນຖານເສດຖະກິດ BDG (ຊີວະພາບ - ໝູນວຽນ - ສີຂຽວ).
ໄທ​ເຊື່ອ​ໝັ້ນ​ຈະ​ຈັດ​ ​ກອ​ງ​ປະ​ຊຸມ​ຂັ້ນ​ສູງ APEC ຢ່າງ​ສຳ​ເລັດ​ຜົນ - ảnh 1ກອງປະຊຸມຂັ້ນສູງເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ 2022 (ພາບ: Aseanvietnam.vn)

ວັນທີ 8 ສິງຫາ, ທ່ານນາຍົກລັດຖະມົນຕີ ໄທ ປະຢຸດ ຈັນໂອຊາ ໄດ້ສະແດງຄວາມເຊື່ອໝັ້ນວ່າ ປະເທດນີ້ຈະຈັດ ກອງປະຊຸມຂັ້ນສູງເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ໃນເດືອນພະຈິກຈະມາເຖິງຢ່າງສຳເລັດຜົນ. ທ່ານນາຍົກລັດຖະມົນຕີ ປະຢຸດ ຈັນໂອຊາ ໃຫ້ຮູ້ວ່າໃນຖານະເປັນປະທານ APEC ປີນີ້, ທີ່ກອງປະຊຸມຂັ້ນສູງໃນເດືອນພະຈິກ ໄທຈະຍົກອອກບັນດາບັນຫາຄືການຟື້ນຟູເສດຖະກິດຫຼັງໂຄວິດ - 19, ຫັນການຄ້າ ແລະ ການລົງທຶນເປັນອັນສະດວກ, ບັນຫາໂລກຮ້ອນຂຶ້ນ ແລະ ພື້ນຖານເສດຖະກິດ BDG (ຊີວະພາບ - ໝູນວຽນ - ສີຂຽວ).

ແລະກໍ່ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດ ໄທ ດອນ ປໍຣະມັດ ວິໄນ ໃຫ້ຮູ້ວ່າ ນັບມື້ນັບມີການນຳຫຼາຍທ່ານຂອງ 21 ພື້ນຖານເສດຖະກິດ ສະມາຊິກ APEC ຢັ້ງຢືນຈະເຂົ້າຮ່ວມກອງປະຊຸມຂັ້ນສູງ APEC ຢູ່ ບາງກອກ, ແຕ່ບໍ່ເປີດເຜີຍຈຳນວນລະອຽດ. ວຽກງານກະກຽມພວມໄດ້ດຳເນີນ ແລະ ປັດຈຸບັນໄທໄດ້ກຽມພ້ອມເພື່ອຈັດກອງປະຊຸມຄັ້ງນີ້.

ສັບປະດາຂັ້ນສູງ APEC 2022 ຄາດວ່າ ຈະດຳເນີນຢູ່ ບາງກອກນັບແຕ່ວັນທີ 14 – 19 ພະຈິກຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ