ໄທເປີດປະຕູຕະຫຼາດແຮງງານກັບຫວຽດນາມ

ໄທເປີດປະຕູຕະຫຼາດແຮງງານກັບຫວຽດນາມ - ảnh 1
ດ່ານ​ຊາຍ​ແດນ ລະ​ຫວ່າງ ບ້ານ​ແຫຼນ

(vovworld) - ໄທ ພວມ​ສົ່ງ​ເສີມ​ການ​ເປີດ​ປະ​ຕູ​ຕະຫຼາດ​​ແຮງ​ງານ ສຳ​ລັບ​ແຮງງານ​ສາ​ມັນ ຫວຽດ​ນາມ ພາຍຫຼັງ​ເຫັນ​ວ່າ ຄວາມ​ຕ້ອງ​ການ​ນຳ​ເຂົ້າ​ຄົນ​ງານ​ຈາກ 3 ປະ​ເ​ທດ ກຳ​ປູ​ເຈຍ, ລາວ ແລະ ມຽນ​ມາ ບໍ່​ທັນ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ໄດ້. ກ່າວ​ຄຳ​ເຫັນ​​ທາງ​ວິ​ທະ​ຍຸ​ກະ​ຈາຍ​ສຽງແຫ່ງ​ຊາດ ໄທ ​ຫວ່າງ​ແລ້ວນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ປ​ຣາ​ຢຸດ ຈັນ​ໂອ​ຈາ ໃຫ້​ຮູ້​ວ່າ: ປະ​ເທດນີ້​ຈະ​​ຂາດ​ແຮງ​ງານ​ສາ​ມັນ​ແຕ່ 60.000 ຫາ 70.000 ຄົນ​ເມື່ອ​ເຂົ້າ​ຮ່ວມ​ປະ​ຊາ​ຄົມ​ເສດ​ຖະ​ກິດ ອາ​ຊຽນ (AEC) ໃນ​ຕົ້ນ​ປີ 2016 ແລະ​ ໄທ​ພວມ​ຍູ້​ແຮງ​ການ​ພິ​ຈາ​ລະ​ນາ​ເລື່ອງ​ນຳ​ເຂົ້າ​​ແຮງງານ ຈາກ ຫວຽດ​ນາມ ເພື່ອ​ແນ​ໃສ່​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການນີ້. ຕາມ​ການ​ຄາ​ດ​ຄະ​ເນ​ແລ້ວ, ໄທ ຊຸກ​ຍູ້​ການ​ເຊັນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ (MOU) ຮ່ວມ​ມື​ກ່ຽວ​ກັບ​ແຮງ​ງານ ກັບ ຫວຽດ​ນາມ ພ້ອມ​ທັ​ງ​ປັບ​ປຸງບັນ​ດາ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ຮ່ວມ​ມື​ກ່ຽວ​ກັບ​ແຮງ​ງານ​ທີ່​ມີ​ມາ​ກ່ອນ​ກັບ 3 ປະ​ເທດ ກຳ​ປູ​ເຈຍ, ລາວ ແລະ ມຽນ​ມາ ເພື່ອ​ແນ​ໃສ່​ສົມ​ກັບ​ການ​ປ່ຽນ​ແປງ​ຂອງ​ສະ​ພາບ​ການ​ເມືອງ, ເສດ​ຖະ​ກິດ ແລະ ສັງ​ຄົມ ໃນ​ປະ​ຈຸ​ບັນ.


ຂ່າວ/ບົດ​ອື່ນ