ໄທເປັນເຈົ້າພາບຈັດຕັ້ງກອງປະຊຸມຂັ້ນນັກວິຊາການເສດຖະກິດ ອາຊຽນ

ໄທເປັນເຈົ້າພາບຈັດຕັ້ງກອງປະຊຸມຂັ້ນນັກວິຊາການເສດຖະກິດ ອາຊຽນ	 - ảnh 1

 (vovworld) - ວັນ​ທີ 8/7, ທ່ານນາງ ສີຣິຣັດ, ຫົວໜ້າ​ກົມ​ເຈລະຈາ​ການ​ຄ້າ​ສາກົນ ສັງກັດ​ກະຊວງ​ການ​ຄ້າ​ໄທ ​ໄດ້​ປະກາດວ່າ: ​ໄທ​ພວມ​ຕັ້ງໜ​້າກະກຽມ​ເປັນ​ເຈົ້າ​ພາບຈັດ​ຕັ້ງ​ກອງ​ປະຊຸມ​​ນັກ​ວິຊາ​ການຂັ້ນ​ສູງ​ເສດຖະກິດ ອາ​ຊຽນຄັ້ງ​ທີ 3 ທີ່​ດຳ​ເນີນ​ຢູ່​ແຂວງ​ເໜືອ​ສຸດ ຊຽງ​ລາຍ​ໃນ​ລະຫວ່າງ​ວັນ​ທີ 15 - 20/7 ຈະ​ມາ​ເຖິງ. ກອງ​ປະຊຸມ​ຈະ​ສຸມ​ໃສ່​ປຶກສາ​ຫາລື​ບັນດາ​ມາດ​ຕະການ​ຊຸກ​ຍູ້​ວິວັດທະນາ​ການ​ສ້າງ​ຕັ້ງປະຊາ​ຄົມ​ເສດຖະກິດ ອາ​ຊຽນ ​​ໃຫ້ໄວ​ກ່ວາ. ອາ​ຊຽນກໍ​ຈະ​ປຶກສາ​ຫາລື​ກ່ຽວ​ກັບ​ຫຼາຍ​ໂຄງການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານເສດຖະກິດ ກັບ​ຜູ້ຕາງໜ້າ​ບັນດາ​ປະ​ເທດ​ທີ່ມີ​ສັນຍາ​ການ​ຄ້າ​ເສລີ (ຫຼື FTA) ຄື: ຈີນ, ຍີ່ປຸ່ນ, ສ ​ເກົາຫຼີ, ອິນ​ເດຍ, ອົດ​ສະ​ຕາ​ລີ ​ແລະ New Zealand, ກໍ​ຄື​ກັບ​ບັນດາ​ປະ​ເທດທີ່​ມີ​ແຜນການ​ຮ່ວມ​ມື​ເສດຖະກິດ​ກັບ ອາ​ຊຽນຄື: ອາ​ເມ​ລິ​ກາ ​ແລະ ສະຫະພາບ ​ເອີ​ລົບ.

ຂ່າວ/ບົດ​ອື່ນ