ໄທເພີ່ມທະວີການປ້ອງກັນຄວາມສະຫງົບຢູ່ບັນດາສະຖານີລົດໄຟ,ລົດເມຢູ່ພາກໃຕ້

ໄທເພີ່ມທະວີການປ້ອງກັນຄວາມສະຫງົບຢູ່ບັນດາສະຖານີລົດໄຟ,ລົດເມຢູ່ພາກໃຕ້ - ảnh 1
ພາບປະກອບ

(vovworld) – ວັນ​ທີ 12/4, ບັນດາ​ເຈົ້າ​ໜ້າ​ທີ່ ​ໄທ ​ໄດ້​ອອກ​ຄຳ​ສັ່ງ​​ເພີ່ມ​ທະວີ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ຢູ່​ບັນດາ​ສະຖາ​ນີລົດ​ໄຟ, ລົ​ດ​ເມ​ຢູ່​ພາກ​ໃຕ້​ປະ​ເທດ​ນີ້, ພາຍຫຼັງ​​ເກີດເຫດ​ວາງ​ລະ​ເບີດ​ທີ່​ນອງ​​ເລືອດ​ຢູ່​ສະຖານີ​ລົດ​​ໄຟ ຈາ​ນາ ​ໃນ​ແຂວງ ສົງ​ຂາ ກ່ອນ​ນີ້​ໜຶ່ງ​ວັນ. ນີ້​ກໍ່​ແມ່ນ​ຈຸດ​ເວລາ​ທີ່​ປະຊາຊົນ​ພວມ​​ເດີນທາງ​ກັບ​ເມືອ​ບ້ານ​ເພື່ອ​ຕ້ອນຮັບ​ບຸນ​ສົງກຣານ ​ແລະ ​ແຂກ​ສາກົນ​ເປັນ​ຈຳນວນ​ຫຼວງ​ຫຼາຍ ​ກໍ່​ຈະໄປ​ຢ້ຽມຢາມໄທ​​ເນື່ອງ​​ໃນ​ໂອກາດ​ນີ້. ຕາມ​ຄຳ​ສັ່ງ​ແລ້ວ, ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົ​ບຈະ​ເພີ່ມ​ທະວີ​ການ​ຕິດຕາມ​ກວດກາ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ເປົ້າ​ໝາຍ​ທີ່​ຖືກ​ລະ​ແວງ​ສົງ​ໃສ, ​ເພີ່ມ​ທະວີ​ການ​ກວດກາ​ດ້ານ​ຄວາ​ມສະຫງົບ​ສຳລັບ​ຄົນ ​ແລະ ລົດ​ແລ່ນ​ໄປມາ, ຍູ້​ແຮງ​ການ​ລາດ​ຕາ​ເວນ​ຢູ່​ບັນດາ​ສະຖານີ​ລົດ​ໄຟ ​ແລະ ລົດ​ເມ. ​ໃນ​​ເຫດວາງ​ລະ​ເບີດ​ເມື່ອ​ວັນ​ທີ 11/4, ​ພວກ​ບຸກ​ໂຈມ​ຕີ​ໄດ້​ຫ້າງ​ລະ​ເບີດ​ໃສ່​ລົດຈັກ​​​ ​ແລະ ທຳ​ໃຫ້​ແຕກເຮັດ​​ໃຫ້​ຕຳຫຼວດ​ຄົນ​ໜຶ່ງ ​ແລະ ​ເດັກນ້ອຍ​ຄົນ​ໜຶ່ງ​ເສຍ​ຊີວິດ ​ແລະ 15 ຄົນ​ອື່ນ​ຖືກ​ຮັບ​ບາດ​ເຈັບ.


ຂ່າວ/ບົດ​ອື່ນ