ໄທ​ແກ່​ຍາວ​ສະ​ພາວະ​ສຸກ​ເສີນ​ຕື່ມ​ອີກ 1 ເດືອນ

(VOVWORLD) -ເຖິງວ່າ ສະພາບການໂລກລະບາດ ຢູ່ໄທໃນຊຸມວັນທີ່ຜ່ານມາ ບັນລຸໄດ້ບັນດາຄວາມຄືບໜ້າ ຂະນະທີ່ຈຳນວນຜູ້ຕິດເຊື້ອໃໝ່ໄດ້ຫຼຸດລົງ ນັບແຕ່ວັນທີ 14 ມີນາກໍ່ຕາມ, ແຕ່ວ່າ ລັດຖະບານປະເທດນີ້ໄດ້ຕັດສິນໃຈແກ່ຍາວຄຳສັ່ງສະພາວະສຸກເສີນຕື່ມອີກ 1 ເດືອນເພື່ອແນໃສ່ຮັບປະກັນຄວບຄຸມສະພາບການ. 
ໄທ​ແກ່​ຍາວ​ສະ​ພາວະ​ສຸກ​ເສີນ​ຕື່ມ​ອີກ 1 ເດືອນ - ảnh 1ໄທແກ່ຍາວສະພາວະສຸກເສີນຕື່ມອີກ 1 ເດືອນ(ພາບ: Reuters/VOV)

ດັ່ງນັ້ນ, ຮອດວັນທີ 31ພຶດສະພາ, ປະຊາຊົນ ໄທຕ້ອງປະຕິບັດຕາມບັນດາຄຳສັ່ງທີ່ໄດ້ຮັບການປະກາດໃຊ້ຕາມລັດຖະດຳລັດນີ້, ໃນນັ້ນຫ້າມເຕົ້າໂຮມກັນຫຼາຍຄົນ ແລະ ປະກາດກົດໄອຍະການເສິກແຕ່ເວລາ 22 ໂມງ ຂອງວັນນີ້ຮອດ 4 ໂມງເຊົ້າຂອງວັນຕໍ່ມາ, ບັນດາຮ້ານອາຫານ, ສູນການຄ້າ, ການບໍລິການທີ່ບໍ່ຈຳເປັນຢູ່ໄທລ້ວນແຕ່ຕ້ອງປິດປະຕູ.

        ກວາງຈຸງ, ນັກຂ່າວ VOV ປະຈຳໄທ

ຕອບກັບ

ຂ່າວ/ບົດ​ອື່ນ