ໄທໃຫ້ຄຳໝັ້ນສັນຍາຈັດຕັ້ງການເລືອກຕັ້ງທົ່ວປະເທດໃນຕົ້ນປີ2017

ໄທໃຫ້ຄຳໝັ້ນສັນຍາຈັດຕັ້ງການເລືອກຕັ້ງທົ່ວປະເທດໃນຕົ້ນປີ2017 - ảnh 1
ປະທານກຳມາທິການຮຽບຮຽງລັດຖະທຳມະນູນ
(ພາບ: AFP/TTXVN)

(vovworld) – ວັນ​ທີ 4/4, ທ່ານ ປຣະວິດ ວົງ​ສຸວັນ, ​ຮອງ​ນາຍົກລັດຖະມົນຕີ, ຮັບຜິດຊອບ​ບັນຫາ​ປ້ອງ​ກັນ​ຄວາມ​ສະຫງົບ ​ໄທ ​ໄດ້​ຢັ້ງຢືນ​ວ່າ: ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ຂອງ​ປະ​ເທດ​ນີ້​ຈະ​ໄດ້​ຮັບ​ການຈັດ​ຕັ້ງ​ໃນ​ປີ 2017 ​ເຖິງ​ວ່າ​ຮ່າງ​ລັດຖະທຳ​ມະນູນ​ສະບັບ​ໃໝ່​ຈະ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ປະຊາຊົນໃນ​ການ​ລົງ​ປະຊາ​ມະຕິ​ຈະ​ມາ​ເຖິງ​ຫຼື​ບໍ່? ກ່າວ​ຄຳ​ເຫັນ​ທີ່​ວົງ​ການ​ນັກ​ຂ່າວ, ທ່ານ ປຣະວິດ ວົງ​ສຸວັນ ​ໃຫ້​ຮູ້​ວ່າ: ກຳມາ​ທິການ​ປົກ​ປ້ອງ​ຄວາມ​ລະບຽບ​ຮຽບຮ້ອຍ​ແຫ່ງ​ຊາດ (NCPO) ​​ໄດ້​ມີບັນດາວິທີ​ການ, ​ແຜນການ​ລະອຽດ​ເພື່ອ​ຮັບ​ມື​ກັບ​ບໍ່​ວ່າ​ໝາກຜົນ​ແຫ່ງ​ການ​ລົງ​ປະຊາ​ມະຕິ​ຂອງ​ປະຊາຊົນ​ກ່ຽວ​ກັບ​ຮ່າງ​ລັດຖະທຳ​ມະນູນສະບັບ​ໃໝ່, ​ເພື່ອ​ຮັບປະກັນ​ການ​ເລືອກ​ຕັ້ງ​ຈະ​ໄດ້​ດຳ​ເນີນ​ໃນ​ປີ 2017.

        ກ່ອນ​ໜ້າ​ນັ້ນ, ກຳມາ​ທິການ​ຮຽບຮຽງ​ລັດຖະທຳ​ມະນູນ ​ໄທ ​ໄດ້​ສ້າງ​ສຳ​ເລັດ​ຮ່າງ​ລັດຖະທຳ​ມະນູນ​ສະບັບ​ສຸດ​ທ້າຍ ​ແລະ ສົ່ງ​ໃຫ້​ທ່ານ​ນາຍົກລັດຖະມົນຕີ ປຣາຢຸດ ຈັນ​ໂອຊາ ​​ເມື່ອ​ວັນ​ທີ 29/3. ປະຈຸ​ບັນ, ກຳມາ​ທິການ​ເລືອກ​ຕັ້ງ​ພວມ​ສົມທົບ​ກັບ​ບັນດາ​ອົງການ​ກ່ຽວຂ້ອງ​ເພື່ອ​ກະກຽມ​ຈັດ​ຕັ້ງ​ການ​ລົງ​ປະຊາ​ມະຕິ​ສຳລັບ​ຮ່າງ​ລັດຖະທຳ​ມະ​ນູນ​ໃນ​ວັນ​ທີ 7/8 ຈະ​ມາ​ເຖິງ.      

                                      


ຂ່າວ/ບົດ​ອື່ນ