ໄທ​ໄດ້​ຮຽກ​ຮ້ອງ​ບັນ​ດາ​ປະ​ເທດ ແມ່​ນ້ຳ​ຂອງ ສາ​ມັກ​ຄີ​ກັນ​ຕ້ານ​ອາດ​ຊະ​ຍາ​ກຳ​ຂ້າມ​ຊາຍ​ແດນ

(VOVWORLD) - ກອງປະຊຸມລັດຖະມົນຕີການຕ່າງປະເທດ ຮ່ວມມືແມ່ຂອງ - ລ້ານຊ້າງ (MLC) ຄັ້ງທີ 9 ດ້ວຍຫົວຂໍ້ “ມຸ່ງໄປເຖິງ ແມ່ຂອງ -ລ້ານຊ້າງ ປອດໄພ ແລະ ສະອາດກວ່າ” ຊື່ງຈະດຳເນີນຢູ່ ນະຄອນ ຊຽງໃຫມ່, ໄທ ແຕ່ວັນທີ 15- 16 ສິງຫາ.

 ວັນທີ 12 ສິງຫາ, ທ່ານນາຍົກລັດຖະມົນຕີ ໄທ, ເສດຖາ ທະວີສິນ ໃຫ້ຮູ້ວ່າ: ໃນໄລຍະດຳເນີນກອງປະຊຸມ, ທ່ານຈະຮຽກຮ້ອງການຮ່ວມມືພາກພື້ນຢ່າງແຮງກວ່າ ເພື່ອຕ້ານຄືນພວກອາດຊະຍາກຳຂ້າມຊາດ ແລະ ຫຼອງລວງຜ່ານທາງໂທລະສັບ.

ທ່ານນາຍົກລັດຖະມົນຕີ ໄທ, ເສດຖາ ທະວີສິນ ເນັ້ນຫນັກວ່າ: ລັດຖະບານໄທ ພວມສຸມໃສ່ການປາບປາມພວກອາດຊະຍາກຳປະເພດນີ້ ພ້ອມທັງໃຫ້ຮູ້ວ່າ ທ່ານໄດ້ມອບຫນ້າທີ່ໃຫ້ທ່ານລັດຖະມົນຕີການຕ່າງປະເທດ ໄທ ສົມທົບກັບບັນດາປະເທດບ້ານໃກ້ເຮືອນຄຽງ ເພື່ອຮ່ວມມືປາບປາມອາດຊະຍາກຳປະເພດນີ້.

          MLC ແມ່ນຂອບເຂດຫລາຍຝ່າຍ ໂດຍໄດ້ສ້າງຕັ້ງໃນປີ 2016 ເພື່ອຊຸກຍູ້ການຮ່ວມມື ລະຫວ່າງ 6 ປະເທດທີ່ມີແມ່ນ້ຳຂອງໄຫລຜ່ານ ລວມມີ: ຈີນ, ກຳປູເຈຍ, ລາວ, ມຽນມາ, ໄທ ແລະ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ