ໄພນ້ຳຖ້ວມຢູ່ ບຣາຊິນ ເຮັດໃຫ້ຢ່າງໜ້ອຍສຸດ 143 ຄົນເສຍຊີວິດ

(VOVWORLD) - ໃນຂະນະນັ້ນ, ທ້າຍອາທິດຜ່ານມາ, ທ່ານປະທານາທິບໍດີ ອາເມລິກາ Joe Biden ໃຫ້ຮູ້ວ່າ: ບັນດາເຈົ້າໜ້າທີ່ໃນອຳນາດການປົກຄອງຂອງທ່ານກໍ່ພວມຕິດຕໍ່ພົວພັນກັບລັດຖະບານ ບຣາຊິນ ເພື່ອແນໃສ່ສະໜອງບັນດາເຄື່ອງອຸປະຖຳທີ່ຈຳເປັນ.
ໄພນ້ຳຖ້ວມຢູ່ ບຣາຊິນ ເຮັດໃຫ້ຢ່າງໜ້ອຍສຸດ 143 ຄົນເສຍຊີວິດ - ảnh 1ສະພາບການນ້ຳຖ້ວມຢູ່ລັດ Rio Grande do Sul ໃນວັນທີ 9/5/2024.
(ພາບ: ສຳນັກຂ່າວສານຊິນຮວາ/TTXVN)

ຮອດວັນທີ 12 ພຶດສະພາ, ຝົນຕົກໜັກກໍ່ໃຫ້ເກີດນ້ຳຖ້ວມຢ່າງໜັກໜ່ວງຢູ່ລັດທາງໃຕ້ສຸດຂອງ ບຣາຊິນ ນັ້ນແມ່ນລັດ Rio Grande do Sul ເຮັດໃຫ້ຢ່າງໜ້ອຍສຸດມີ 143 ຄົນຖືກເສຍຊີວິດ, 131 ຄົນຖືກຫາຍສາບສູນ ແລະ ປະຊາຊົນກ່ວາ 500.000 ຄົນບໍ່ມີເຮືອນຢູ່. ອຳນາດການປົກຄອງສະຫະລັດໄດ້ລະດົມຈຳນວນເງິນກ່ວາ 2,3 ຕື້ໂດລາສະຫະລັດ ເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພພິບັດທຳມະຊາດຢູ່ລັດນີ້. ໃນຂະນະນັ້ນ, ທ້າຍອາທິດຜ່ານມາ, ທ່ານປະທານາທິບໍດີ ອາເມລິກາ Joe Biden ໃຫ້ຮູ້ວ່າ: ບັນດາເຈົ້າໜ້າທີ່ໃນອຳນາດການປົກຄອງຂອງທ່ານກໍ່ພວມຕິດຕໍ່ພົວພັນກັບລັດຖະບານ ບຣາຊິນ ເພື່ອແນໃສ່ສະໜອງບັນດາເຄື່ອງອຸປະຖຳທີ່ຈຳເປັນ.

        ຄາດຄະເນວ່າ, ສະພາບຝົນຕົກໜັກສືບຕໍ່ເກີດຂຶ້ນຢູ່ພາກໃຕ້ ບຣາຊິນ ແລະ ເຮັດໃຫ້ລະດັບນ້ຳຢູ່ແມ່ນ້ຳສາຍຕ່າງໆອາດຈະເພີ່ມຂຶ້ນສູງ ແລະ ກໍ່ໃຫ້ເກີດສະພາບນ້ຳຖ້ວມ, ນ້ຳແກ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ