ໄພພິບັດທຳມາຊາດເຮັດໃຫ້ ປະຊາຊົນກ່ວາ 32 ລ້ານຄົນ ສູນເສຍເຮືອນຊານໃນປີ 2012

ໄພພິບັດທຳມາຊາດເຮັດໃຫ້ ປະຊາຊົນກ່ວາ 32 ລ້ານຄົນ ສູນເສຍເຮືອນຊານໃນປີ 2012 - ảnh 1

ໄພພິບັດ​ທຳ​ມາ​ຊາດ​ເຮັດ​ໃຫ້​ປະຊາຊົນກ່ວາ 32 ລ້ານ​ຄົນສູນ​ເສຍ​ເຮືອນ​ຊານ​ໃນ​ປີ 2012

(ພາບປະກອບ)

(vovworld) - ​ໄພ​ທຳ​ມະ​ຊາດ​ຄື: ​ໄພ​ນ້ຳ​ຖ້ວມ, ​ແຜ່ນດິນ​ໄຫວ.​​.​. ​ໄດ້​ເຮັດ​ໃຫ້​ປະຊາຊົນ​ຢ່າງ​ໜ້ອຍ​ສຸດ 32,4 ລ້ານ​ຄົນ​ໃນທົ່ວ​ໂລກ​ຕ້ອງປະລະ​ເຮືອ​ນຊານ​ຂອງ​ຕົນ​​ເພື່ອໄປ​ອົບ​ພະຍົບ​ໃນ​ປີ 2012. ຕາມ​ຕົວ​​ເລກຂອງ​ສູນ​ຕິດຕາມ​ກວດກາ​ກ່ຽວກັບ​ການ​ອົບ​ພະຍົບພາຍ​ໃນ (ຫຼື IDMC) ​ແລ້ວ, ​ອາ​ຊີ, ອາບຟຣີກາ​ກາງ ​ແລະ ອາບຟຣີກາ ຕາ​ເວັນ​ຕົກ ​ແມ່ນ​ບັນດາ​ພາກ​ພື້ນ​ຖື​ກຮັບ​ຜົນ​ສະທ້ອນຈາກ​ໄພ​ທຳ​ມະ​ຊາດ​ຢ່າງ​ໜັກໜ່ວງ​ທີ່​ສຸດ. ​ໃນ 5 ປີຜ່ານມາ, ມີ 81% ຈຳນວນ​ຜູ້​ທີ່​ມີ​ເຮືອນ​ຊານຖືກ​ເປ​ເພ​ໂດຍ​ໄພ​ທຳ​ມະ​ຊາດ​ກໍ​ຂຶ້ນ​ລ້ວນ​ແຕ່​ຂຶ້ນ​ກັບ​ບັນດາ​ປະ​ເທດ ອາຊີ ​ແລະ ປີ 2012, ຈຳນວນ​ຜູ້​ຕ້ອງ​ອົບ​ພະຍົບຍ້ອນ​ໄພ​ທຳ​ມະ​ຊາດ​ຢູ່ ອາບຟຣີກາ ກໍ່​ເພີ່ມ​ຂຶ້ນ​ຢູ່​ລະ​ດັບສູງ​ບໍ່​ທັນ​ມີ​ມາ​ກ່ອນ​ດ້ວຍ 8,2 ລ້ານຄົນ. ​​ໃນ​ນັ້ນ​ໄພ​ທຳ​ມະ​ຊາດໜັກໜ່ວງ​ທີ່​ສຸດ​ແມ່ນຢູ່ ອິນ​ເດຍ ​ແລະ Nigieria. ​ໃນ​ຂະນະ​ນັ້ນ, IDMC ​ໃຫ້​ຮູ້​ວ່າ​ຈຳນວນ​ຜູ້​ຖື​ກຜົນ​ສະທ້ອນ​ຈາກ​ໄພ​ທຳ​ມະ​ຊາດ​ຢູ່​ບັນດາ​ປະ​ເທດ​ຮັ່ງມີ​ໃນ​ປີ 2012 ​ແມ່ນ 1,3 ລ້ານ​ຄົນ, ​ໃນ​ນັ້ນ​ພາ​ຍຸ Sandy ​ໄດ້​ກໍ່ສົ່ງ​ຜົນ​ສະທ້ອນ​ໜັກໜ່ວງ​ທີ່​ສຸດ​ຢູ່ ອາ​ເມ​ລິ​ກາ ​ເຮັດ​​ໃຫ້ 900.000 ຄົນ​ຕ້ອງ​ອົບ​ພະຍົບ. ບັນດາ​ນັກ​ຊ່ຽວຊານ​ສິ່ງ​ແວດ​ລ້ອມ​ກ່າວ​ເຕືອນ​ວ່າ: ຈຳນວນ​ຜູ້​ຖືກ​​ຜົນ​ສະທ້ອນ​ຍ້ອນ​ໄພ​ທຳ​ມະ​ຊາດ​ຈະ​ສືບ​ຕໍ່​ເພີ່ມ​ຂຶ້ນ​ຍ້ອນ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ທີ່​ຜິດ​ປົກກະຕິ​​ໄດ້​ເກີດ​ຂຶ້ນນັບ​ມີ້​ນັບ​ຫຼາຍ.

ຂ່າວ/ບົດ​ອື່ນ