ໄພເງິນເຟີ້ບໍ່ເພີ່ມຂຶ້ນສູງໃນປີ 2013

ໄພເງິນເຟີ້ບໍ່ເພີ່ມຂຶ້ນສູງໃນປີ 2013 - ảnh 1
(ພາບປະກອບ)

(vovworld) -     ຕາມ​ບົດ​ລາຍ​ງານ​ຫວ່າງ​ມໍ່ໆ​ມາ​ນີ້ຂອງຄະນະ​ກຳມະການ​ຕິດຕາມ​ກວດກາ​ການ​ເງິນ​ແຫ່ງ​ຊາດ, ປີ 2013 ທະນາຄານ​ແຫ່ງ​ລັດ​ຄວນ​ສືບ​ຕໍ່​ຊັ່ງຊາ​ຫຼຸດ​ອັດຕາດອກ​ເບ້ຍ​ໃຫ້​ກູ້​ຢືມ​ເພື່ອ​ໜູນ​ຊ່ວຍ​ໃຫ້​ວິ​ສາ​ຫະກິດ. ​​ໄຈ້​ແຍກກ່ຽວ​ກັບ​ປັດ​ໃຈ​ພື້ນຖານ​ເພື່ອ​ຫຼຸດ​ດ້ອກ​ເບ້ຍຢ່າງ​ລະອຽດ, ຄະນະ​ກຳມະການ​ຕິດຕາມ​ກວດກາ​ໄດ້​ວາງ​ອອກ​ຄາດໝາຍ​ໄພເງິນ​ເຟີ້​ຂອງ​ປີ 2013 ​ແມ່ນ 6%. ຖ້າ​ຫາກ​ພິຈາລະນາ​ກ່ຽວ​ກັບ​ການ​ປຽບ​ທຽບກັນ​ລະຫວ່າງ​ດອກ​ເບ້ຍ​​​ເງິນ​ຝາກ​ຢູ່​ຫວຽດນາມ ກັບ​ບັນດາ​ປະ​ເທດ​ໃນ​​ໂລກ (ຢູ່​ອາ​ເ​ມລິກາ​ປະມານ 0,5 – 0,75%) ​ເລື່ອງ​ສືບ​ຕໍ່​ຫຼຸດ​ດອກ​ເບ້ຍ​ຈະ​ສືບ​ຕໍ່​ໄດ້ຮັບປະກັນຄວາມ​ຜິດ​ໂຕນດອກ​ເບ້ຍ​ຫາກບໍ່​ກໍ່​ກຳລັງ​ດັນ​ຕໍ່​ອັດຕາ​ແລກປ່ຽນ​ໃນ​ປີ 2013. ຄະນະ​ກຳມະການ​ຕິດຕາມ​ກວດກາ​ໄດ້ຖື​ວ່າ ​ໃນ​ສະພາບ​ວິ​ກິດ​ການເສດຖະກິດ​ຄື​ປະຈຸ​ບັນ, ​ເລື່ອງ​ຫຼຸດອັດຕາ​ດອກ​ເບ້ຍ​ຈະ​ບໍ່​ກໍ​​ໃຫ້​ເກດສະພາບ​ຖອນ​ເງິນອອກ​ຈາກ​ທະນາຄານ ​ເພື່ອຫັນການ​ລົງ​ທຶນ​ໄປ​ສູ່ດ້ານ​ອື່ນ, ​​ເພາະສະ​ນັ້ນ, ການ​ຊຳລະ​ເງິນຕາ​ຂອງ​ລະບົບ​ທະນາຄານ​ຍັງ​ຮັບ​ປະກັນ.

        ດ້ານ​ໜຶ່ງ, ຍອດ​ຄວາມ​ຕ້ອງການ​ຂອງ​ພື້ນຖານ​ເສດຖະກິດ​​ໃນປະຈຸ​ບັນ​ຍັງ​ບໍ່​ທັນ​ສູງ ​ເພາະສະ​ນັ້ນ ​ໄພ​ເງິນ​ເຟີ້​ເພີ່ມ​ຂຶ້ນໃນ​ປີ 2013 ​ແມ່ນ​ບໍ່​ສູງ.

ຂ່າວ/ບົດ​ອື່ນ