ໄພເງິນເຟີ້ຢູ່ Eurozone ຫລຸດລົງເປັນຄັ້ງທຳອິດໃນ 17 ເດືອນຜ່ານມາ

(VOVWORLD) - ຕາມບັນດານັກຊ່ຽວຊານແລ້ວ, ລາຄາພະລັງງານ ແລະ ການບໍລິການ “ຫລຸດລົງ” ໄດ້ຊ່ວຍໃຫ້ໄພເງິນເຟີ້ຢູ່ພາກພື້ນເຊິ່ງລວມມີ 19 ປະເທດຫລຸດລົງເມື່ອທຽບໃສ່ການຄາດຄະເນກ່ອນໜ້ານັ້ນ
 
ໄພເງິນເຟີ້ຢູ່ Eurozone  ຫລຸດລົງເປັນຄັ້ງທຳອິດໃນ 17 ເດືອນຜ່ານມາ - ảnh 1ປະຊາຊົນຊື້ເຄື່ອງຢູ່ ອີຕາລີ
(ພາບ:ສຳນັກຂ່າວສານຊິນຮວາ//TTXVN)

ຂໍ້ມູນໂດຍອົງການສະຖິຕິ ເອີລົບ (Eurostat) ປະກາດເມື່ອວັນທີ 30 ພະຈິກ ສະແດງໃຫ້ເຫັນວ່າ ອັດຕາໄພເງິນເຟີ້ ໃນແຕ່ລະປີຢູ່ພາກພື້ນໃຊ້ສະກຸນເງິນລວມເອີໂຣ (Eurozone) ໃນເດືອນພະຈິກ ນີ້ໄດ້ຫລຸດລົງ 10%, ຕ່ຳກ່ວາລະດັບ ສະຖິຕິໄພເງິນເຟີ້ສູງ 10,6% ທີ່ຮັບຮູ້ໃນເດືອນກ່ອນໜ້ານັ້ນ. ນີ້ເປັນຄັ້ງທຳອິດໃນຮອບເວລາ 17 ເດືອນຜ່ານມາພາກພື້ນນີ້ຮັບຮູ້ລະດັບໄພເງິນເຟີ້ຫລຸດລົງ.

        ຕາມບັນດານັກຊ່ຽວຊານແລ້ວ, ລາຄາພະລັງງານ ແລະ ການບໍລິການ “ຫລຸດລົງ” ໄດ້ຊ່ວຍໃຫ້ໄພເງິນເຟີ້ຢູ່ພາກພື້ນເຊິ່ງລວມມີ 19 ປະເທດຫລຸດລົງເມື່ອທຽບໃສ່ການຄາດຄະເນກ່ອນໜ້ານັ້ນ. ຕົວເລກຕັ້ງໜ້ານີ້ໄດ້ເຮັດໃຫ້ຄວາມມຸ່ງຫວັງໄພເງິນເຟີ້ຢູ່ Eurozone ຢູ່ໃນລະດັບສູງສຸດແລ້ວ ແລະ ທະນາຄານສູນກາງ ເອີລົບ (ECB) ອາດຈະດັບປັບອັດຕາດອກເບ້ຍໃນເດືອນໜ້າ.

ຕອບກັບ

ຂ່າວ/ບົດ​ອື່ນ