ໄວຣັດກາຍພັນ Omicron ມີການຜັນແປຢ່າງສັບສົນຢູ່ຫຼາຍປະເທດໃນໂອກາດທ້າຍປີ

(VOVWORLD) -ໃນຮອບເວລາ 24 ຊົ່ວໂມງຜ່ານມາ, ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ 895.000 ຄົນ
ໄວຣັດກາຍພັນ Omicron ມີການຜັນແປຢ່າງສັບສົນຢູ່ຫຼາຍປະເທດໃນໂອກາດທ້າຍປີ - ảnh 1(ພາບປະກອບ: THX/TTXVN)

ຕາມເວັບໄຊ worldometer.info ແລ້ວ, ໃນຮອບເວລາ 24 ຊົ່ວໂມງຜ່ານມາ, ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ 895.000 ຄົນ ແລະ ມີຜູ້ເສຍຊີວິດກວ່າ 6.000 ຄົນ. ນັບແຕ່ເກີດໂລກລະບາດໂຄວິດ-19 ມາຮອດປະຈຸບັນ ມີຜູ້ຕິດເຊື້ອທັງໝົດກວ່າ 278 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກວ່າ 5,93 ລ້ານຄົນ.

        3 ປະເທດມີຜູ້ຕິດເຊື້ອຫຼາຍທີ່ສຸດໃນຮອບເວລາ 24 ຊົ່ວໂມງຜ່ານມາແມ່ນ ອາເມລິກາ (ກວ່າ 221.000 ຄົນ), ຖັກຈາກນັ້ນແມ່ນ ອັງກິດ ແລະ ຝລັ່ງ. ໃນຂະນະນັ້ນ, 2 ປະເທດມີຜູ້ເສຍຊີວິດຫຼາຍທີ່ສຸດໃນຮອບເວລາ 24 ຊົ່ວໂມງຜ່ານມາແມ່ນ ລັດເຊຍ (1.002 ຄົນ), ຖັດຈາກນັ້ນແມ່ນ ອາເມລິກາ ແລະ ໂປໂລຍ.

        ໄວຣັດກາຍພັນ Omicron ປະກົດຂຶ້ນກົງກັບເວລາທ້າຍປີ ເຊິ່ງແມ່ນຈຸດເວລາທີ່ປະຊາຊົນໄປມາຫຼາຍທີ່ສຸດ, ໄດ້ເຮັດໃຫ້ຈຳນວນຜູ້ຕິດເຊື້ອໃໝ່ຢູ່ຫຼາຍປະເທດເພີ່ມຂຶ້ນສູງ. ວົງການເຈົ້າໜ້າທີ່ການແພດ ການາດາ ຄາດຄະເນວ່າໃນທົ່ວໂລກຈຳນວນຜູ້ຕິດເຊື້ອໃນແຕ່ລະວັນ ອາດຈະຂຶ້ນເຖິງ 26.000 ຄົນໃນກາງເດືອນ ມັງກອນ 2022.

        ຫ້ອງການສະຖິຕິແຫ່ງຊາດຂອງ ອັງກິດ ໃຫ້ຮູ້ວ່າ, ໄວຣັດກາຍພັນ Omicron ກໍ່ເພີ່ມຂຶ້ນຢູ່ທຸກເຂດໃນປະເທດ ອັງກິດ, ຍົກເວັ້ນແຕ່ເຂດ ຕາເວັນອອກສ່ຽງເໜືອ. ວັນທີ 22 ທັນວາ, ເປັນຄັ້ງທຳອິດທີ່ ອັງກິດ ກວດພົບຜູ້ຕິດເຊື້ອພະຍາດໃໝ່ກວ່າ 100.000 ຄົນ.

ຢູ່ ຫວຽດນາມ, ໃນຮອບເວລາ 24 ຊົ່ວໂມງຜ່ານມາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ລາຍໃໝ່ຕື່ມອີກ 16.157 ຄົນ ຢູ່ 62 ແຂວງ, ນະຄອນ, ນະຄອນ ຮ່າໂນ້ຍ ມີຈຳນວນຜູ້ຕິດເຊື້ອລາຍໃໝ່ຫຼາຍກວ່າໝູ່ໃນທົ່ວປະເທດ ດ້ວຍ 1.834 ຄົນ. ໃນວັນທີ 24 ທັນວາ, ມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 30.833 ຄົນ. ໄລ່ຮອດຈຸດເວລານີ້, ຫວຽດນາມ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ - 19 ທັງໝົດ 1.615.292 ຄົນ, ຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 1.215.261 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ