ໄວ​ຣັດ​ສາຍ​ພັນ Omicron ໄດ້​ປະ​ກົດ​ຂຶ້ນ​ຢູ່ 38 ປະ​ເທດ ແລະ ເຂດ​ແຄ້ວນ

(VOVWORLD) -ໄວຣັດສາຍພັນໃໝ່ Omicron ສືບຕໍ່ກໍ່ຄວາມວິຕົກກັງວົນ ຂະນະທີ່ມີຫຼາຍປະເທດໄດ້ຢັ້ງຢືນມີຜູ້ຕິດເຊື້ອໄວຣັດສາຍພັນໃໝ່ນີ້ຕື່ມອີກ.

    ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດວັນທີ 4 ທັນວາ (ຕາມເວລາ UTC) ທົ່ວໂລກໄດ້ຢັ້ງຢືນຜູ້ຕິດເຊື້ອ COVID-19 ແມ່ນກ່ວາ 265  ລ້ານຄົນແລ້ວ, ໃນນັ້ນ ມີຜູ້ເສຍຊີວິດກ່ວາ 5.2 ລ້ານຄົນ. ຈຳນວນຄົນເຈັບໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນເກືອບ 239 ລ້ານຄົນ.

ສ່ວນຢູ່ ຫວຽດນາມ, ນັບແຕ່ເວລາ 16 ໂມງຂອງວັນທີ 13 ທັນວາ ຫາເວລາ  16 ໂມງຂອງວັນທີ 04 ທັນວາ, ຫວຽດນາມ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ -19 ລາຍໃໝ່ 13.993 ຄົນ. ວັນທີ 04 ທັນວາ, ຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 1.107 ຄົນ, ມີຜູ້ເສຍຊີວິດ 203 ຄົນ.

ອາເມລິກາ, ອິນເດຍ ແລະ ບຣາຊິນ ແມ່ນບັນດາປະເທດຖືກຜົນສະທ້ອນໜັກໜ່ວງກ່ວາໝູ່ຈາກໂລກລະບາດ COVID-19. ໄວຣັດສາຍພັນໃໝ່ Omicron ສືບຕໍ່ກໍ່ຄວາມວິຕົກກັງວົນ ຂະນະທີ່ມີຫຼາຍປະເທດໄດ້ຢັ້ງຢືນມີຜູ້ຕິດເຊື້ອໄວຣັດສາຍພັນໃໝ່ນີ້ຕື່ມອີກ. ອົງການອະນາໄມໂລກ (WHO) ຄາດວ່າ ໄວຣັດສາຍພັນໃໝ່ Omicron ໄດ້ປະກົດຂຶ້ນຢູ່ 38 ປະເທດ ແລະ ເຂດແຄ້ວນແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ