ໄວຣັດສາຍພັນໃໝ່ Delta ສາມາດ “ທຳລາຍ” ຜົນງານການຕ້ານໂລກລະບາດ, ໂລກກ້າວເຂົ້າສູ່ໄລຍະອັນຕະລາຍໃໝ່

(VOVWORLD) -ໄວຣັດສາຍພັນໃໝ່ Delta ມີຄວາມສາມາດຕິດແປດສູງກວ່າ 50% ເມື່ອເຊື້ອໄວຣັດທຳອິດ ແລະ ໂລກຕ້ອງການມີການກະທຳຢ່າງໄວກວ່າ ກ່ອນທີ່ບັນດາໄວຮັດສາຍພັນໃໝ່ປະກົດຂຶ້ນ.
ໄວຣັດສາຍພັນໃໝ່ Delta ສາມາດ “ທຳລາຍ” ຜົນງານການຕ້ານໂລກລະບາດ, ໂລກກ້າວເຂົ້າສູ່ໄລຍະອັນຕະລາຍໃໝ່ - ảnh 1(ພາບປະກອບ: AP)

“ໄວຣັດສາຍພັນໃໝ່ Delta ພວມນາບຂູ່ເຖິງບັນດາຜົນງານຕ້ານໂລກລະບາດໂຄວິດ-19 ເຊິ່ງໂລກຍາກທີ່ບັນລຸໄດ້” ແລະ “ຖ້າຫາກໂລກບໍ່ມີການກະທຳໂດຍໄວ ຈະເກີດໃຫ້ມີໄວຮັດສາຍພັນໃໝ່ອັນຕະລາຍກວ່າ”. ນີ້ແມ່ນຄຳກ່າວເຕືອນຂອງອົງການອະນາໄມໂລກ (WHO) ເຊິ່ງຫາກໍ່ຍົກອອກມາໃນວັນທີ 30 ກໍລະກົດ.

        ໃນການປະຊຸມຂ່າວຂອງອົງການອະນາໄມໂລກ, ບັນດານັກຊ່ຽວຊານ WHO ກ່າວເຕືອນວ່າ ໄວຣັດສາຍພັນໃໝ່ Delta ມີຄວາມສາມາດຕິດແປດສູງກວ່າ 50% ເມື່ອເຊື້ອໄວຣັດທຳອິດ ແລະ ໂລກຕ້ອງການມີການກະທຳຢ່າງໄວກວ່າ ກ່ອນທີ່ບັນດາໄວຮັດສາຍພັນໃໝ່ປະກົດຂຶ້ນ.

        ເຖິງຢ່າງໃດກໍ່ຕາມ, ຕາມ WHO  ແລະ ວົງການການແພດສາກົນແລ້ວ, ບັນດາວັກຊິນເຊິ່ງ WHO ອະນຸຍາດໃນປະຈຸບັນຍັງມີປະສິດທິຜົນໃນການປົກປ້ອງຜູ້ທີ່ໄດ້ສັກ, ຊ່ວຍສະກັດກັ້ນຄວາມສ່ຽງຕິດໂລກລະບາດໂຄວິດ-19, ກໍຄືບັນດາກໍລະນີເກີດອາການຈັບໜັກ ແລະ ເສຍຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ