ໄວຮັດ H7N9 ບໍ່ຕິດແປດຈາກຄົນສູ່ຄົນຢູ່ຈີນ

ໄວຮັດ H7N9 ບໍ່ຕິດແປດຈາກຄົນສູ່ຄົນຢູ່ຈີນ - ảnh 1

(ພາບປະກອບ: ອິນເຕີແນກ)

(vovworld) – ວັນ​ທີ 5/4, ອົງການ​ອະນາ​ໄມ​ໂລກ (WHO) ​ໄດ້​ຢືນຢັນ​ວ່າ​ບໍ່​ມີ​ສັນຍານ​ສະ​ແດງ​ໃຫ້​ເຫັນ​ວ່າ ບັນດາ​ກໍລະນີ​ຕິດ​ເຊື້ອ​ໄວ​ຮັດ​ໄຂ້ຫວັດ​ສັດ​ປີກ H7N9 ຢູ່​ຈີນ ​ແມ່ນ​ຍ້ອນ​ຖືກ​ຕິດ​ແປດ​ຈາກ​ຄົນ​ສູ່​ຄົນ. ​ໃນ​ການ​ປະຊຸມ​ຂ່າວ​ຢູ່​ສະ​ວິດ, ​ໂຄສົກ​ຂອງ WHO ທ່ານ  Gregory Hartl ​ໄດ້​ຊີ້​ແຈ້ງວ່າ, ອີງ​ໃສ່ 14 ກໍລະນີທີ່ຕິດໄວ​ຮັດ H7N9 ຢູ່​ຈີນ, ສາມາດ​ຢັ້ງຢືນ​ວ່າ ບໍ່​ມີ​ສັນຍານຕິດ​ແປດ​ຈາກ​ຄົນ​ສູ່​ຄົນ ​ແລະ ບໍ່​ສາມາດ​ພາ​ໄປ​ເຖິງ​ມະຫາ​ໂລກລະບາດ​ໄດ້. ​ແຕ່​ທ່ານ​ກໍ່​ໃສ່​ໃຈ​ວ່າ ​ໄວ​ຮັດ​ໄຂ້ຫວັດ​ສັກ​ປີກ H5N1 ທີ່​ເກີດ​ຂຶ້ນ​ກ່ອນ​ນີ້​ສອງ, ສາມ​ປີ​ນັ້ນ, ສາມາດ​ຕິດ​ແປ​ດຈາກ​ສັດ​ປີກ​ສູ່​ສັດ​ປີກ, ​ແລ້ວ​ຈາກ​ສັດ​ປີກ​ຕິດ​ແປດ​ສູ່​ຄົນ, ​ແຕ່​ເວົ້າ​ລວມ​ແລ້ວ​ແມ່ນ​ບໍ່​ຕິດ​ແປດ​ຈາກ​ຄົນ​ສູ່​ຄົນ​ໄດ້.

ຂ່າວ/ບົດ​ອື່ນ