ໄວ​ໜຸ່ມ​ 10 ຄົນ ທີ່ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ​ດີ​ເດັ່ນ ໄດ້​ຮັບ​ລາງວັນ ລູກ​ໂລກຄຳ​ປີ 2020

(VOVWORLD) -ລາງວັນລູກໂລກຄຳ ແມ່ນລາງວັນທີ່ມີອິດທິພົນຊື່ສຽງໃນຂົງເຂດວິທະຍາສາດເຕັກໂນໂລຢີສຳລັບບຸກຄົນມີອາຍຸບໍ່ເກີນ 35 ປີ ທີ່ມີຜົນງານດີເດັ່ນ, ໂດຍສູນກາງຄະນະຊາວກໜຸ່ມ ສົມທົບກັບ ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຈັດຕັ້ງຂຶ້ນໃນແຕ່ລະປີ.
ໄວ​ໜຸ່ມ​ 10 ຄົນ ທີ່ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ​ດີ​ເດັ່ນ ໄດ້​ຮັບ​ລາງວັນ ລູກ​ໂລກຄຳ​ປີ 2020 - ảnh 1 ໄວໜຸ່ມ 10 ຄົນ ທີ່ມີຄວາມເກັ່ງກ້າສາມາດດີເດັ່ນ ໄດ້ຮັບລາງວັນ ລູກໂລກຄຳປີ 2020
 ໃນຂອບເຂດກອງປະຊຸມໃຫຍ່ໄວໜຸ່ມຜູ້ມີຄວາມເກັ່ງກ້າສາມາດ ຫວຽດນາມ ຄັ້ງທີ 3, ຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ, ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ຈັດຕັ້ງລາຍການ “ຄວາມໃຝ່ຝັນຫວຽດນາມ”, ມອບລາງວັນລູກໂລກຄຳ ແລະ ລາງວັນ ນັກສຶກສາຍິງດີເດັ່ນ ໃນຂົງເຂດວິທະຍາສາດເຕັກໂນໂລຢີ ປີ 2020. ລາງວັນລູກໂລກຄຳ ແມ່ນລາງວັນທີ່ມີອິດທິພົນຊື່ສຽງໃນຂົງເຂດວິທະຍາສາດເຕັກໂນໂລຢີສຳລັບບຸກຄົນມີອາຍຸບໍ່ເກີນ 35 ປີ ທີ່ມີຜົນງານດີເດັ່ນ, ໂດຍສູນກາງຄະນະຊາວໜຸ່ມ ສົມທົບກັບ ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຈັດຕັ້ງຂຶ້ນໃນແຕ່ລະປີ ເພື່ອແນໃສ່ຕົ້ນພົບ, ເຊີດຊູບັນດາເພື່ອນໜຸ່ມທີ່ມີຄວາມເກັ່ງກ້າສາມາດດີເດັ່ນໃນ 5 ຂົງເຂດ: ເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ການສື່ສານ, ເຕັກໂນໂລຢີການແພດ, ເຕັກໂນໂລຢີຊີວະ, ເຕັກໂນໂລຢີສິ່ງແວດລ້ອມ, ເຕັກໂນໂລຢີວັດສະດຸປະເພດໃໝ່.

 

ຕອບກັບ

ຂ່າວ/ບົດ​ອື່ນ