ໄວໜຸ່ມທົ່ວປະເທດຕອບ ສະໜອງ ສັບປະດາຕອບ ບຸນແທນຄຸນ

ໄວໜຸ່ມທົ່ວປະເທດຕອບ ສະໜອງ ສັບປະດາຕອບ ບຸນແທນຄຸນ - ảnh 1

ວຽກ​ງານ​ຕອບ​ບຸນ​ແທນ​ຄຸນຢູ່​ແຂວງ Ha Tinh

(ພາບ:baohatinh.vn)​

( vovworld ) – ໂດຍຕອບສະໜອງແຜນການປະຕິບັດສັບປະດາຈຸດສຸມກ່ຽວກັບການ​ຕອບ​ບຸນ​ແທນ​ຄຸນເນື່ອງໃນໂອກາດ 65 ປີແຫ່ງວັນທະຫານເສຍຄົງຄະ ນັກຮົບເສຍ ສະຫຼະຊີວິດເພື່ອຊາດ (ຄື​ວັນ​ທີ 27/7) ຂອງ​ສູນ​ກາງ​​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈິ​ມິນ, ​ໄວ​ໜຸ່ມ​ທົ່ວ​ປະ​ເທດ​ຫວຽດນາມ ພວມ​ຜັນ​ຂະຫຍາຍ​​ການ​ເຄື່ອນ​ໄຫວ​ຕ່າງໆ​ທີ່​ມີ​ຄວາມ​ໝາຍ​ເພື່ອ​ຊ່ວຍ​ເຫຼືອ​ບັນດາ​ຄອບຄົວທະຫານເສຍຄົງຄະນັກຮົບເສຍສະຫຼະ ຊີວິດເພື່ອຊາດ, ຄອບຄົວ​ນະ​ໂຍບາຍ, ​ແມ່​ຫວຽດນາມ ວິລະ​ຊົນ…. ຄະນະຊາວ​ໜຸ່ມ​ແຂວງ Ha Tinh ​ໄດ້​​ໄປ​ຢື້​ຢາມ​ຖາມ​ຂ່າວ, ມອບ​ຂອງຂວັນ​ໃຫ້​ຄອບຄົວ​ມີ​ຄຸນງາມຄວາມດີ,​ ແມ່​ຫວຽດນາມ ວິລະ​ຊົນ…. ຊື່​ງຂອງຂວັນ​ແຕ່​ລະ​ພູດ​ມີ​ມູນ​ຄ່າ 300.000 ດົ່ງ. ​ເອື້ອຍ Hai Viet ຫົວໜ້າ​ຫ້ອງການ​ໂຄສະນາ​ສຶກສາ ຄະນະ​ຊາວ​ໜຸ່ມ​ແຂວງ Ha Tinh ​ເວົ້າວ່າ:  “​ໃນ​ທົ່ວ​ແຂວງ Ha Tinh  ມີສຸສານ 8 ​ແຫ່ງ, , ຊາວ​ໜຸ່ມ​ໃນ​ແຂວງຈະ​ຈັດການ​ໃຕ້​ທຽນ​ເພື່ອ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນບັນດາ​ນັກ​ວິລະ​ຊົນ, ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ໃນ​ເວລາ 19 ​ໂມງ 30 ນາທີ​ຂອງ​ວັນ​ທີ 26/7 ທີ່​ຈະ​ມາ​ເຖິງ. ​ໃນສັບປະດາ​ຕອບ​ບຸນ​ແທນ​ຄຸນ, ພວກ​ຂ້າພະ​ເຈົ້າຈະ​ຜັນ​ຂະຫຍາຍ​ບັນດາ​ວຽກ​ງານ​ຄື: ອະນາ​ໄມ​ທຳ​ຄວາມ​ສະອາດ​ຢູ່​ເຂດ​ສຸສານ​ແຫ່ງ​ຕ່າງໆ, ມອບ​ຂອງຂວັນ, ກໍ່ສ້າງ, ສ້ອມແປງ​ເຮືອນ​ຢູ່​ໃຫ້​ບັນດ​າຄອບຄົວ​ນະ​ໂຍບາຍ….“

ໄວໜຸ່ມທົ່ວປະເທດຕອບ ສະໜອງ ສັບປະດາຕອບ ບຸນແທນຄຸນ - ảnh 2

​ໄວ​ໜຸ່ມ​ແຂວງ Quang Ninh  ກັບ​ວຽກ​ງານ​ຕອບ​ບຸນ​ແທນ​ຄຸນ

(ພາບ:ansinhxahoi.thanhgiong.vn)

  ສ່ວນ​ອົງການ​ຊາວ​ໜຸ່ມ​ແຂວງ Quang Ninh ກໍ​ພວມ​ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ຊາວ​ໜຸ່ມ​ອາສາ​ສະໝັກ​ຄື: ​ເຂົ້າຮ່ວມ​ການ​ເຮັດອະນາ​ໄມ, ບູລະນະ​ຢູ່​ເຂດ​ສຸສານ​ທຸກ​ແຫ່ງ​ໃນ​ບໍລິ​ເວນ​ແຂວງ, ​ໄປ​ຢ້ຽມຢາມ, ມອບ​ຂອງຂວັນ 1800 ພູດ​ໃຫ້​ຄອບຄົວ​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ການ​ປະຕິວັດ. ​ໃນ​ຄຳ່​ຄືນ​ຂອງ​ວັນ​ທີ 26/7 ທີ່​ຈະ​ມາ​ເຖິງ, ​ໄວ​ໜຸ່ມ​ແຂວງ​ Quang Ninh ຈະຈັດ​ພິທີ​ຍ້ອງຍໍ​ຊົມ​ເຊີຍ​ລູກ​ຫຼານ​ຄອບຄົວທະຫານເສຍຄົງຄະ ນັກຮົບເສຍສະຫຼະຊີວິດເພື່ອຊາດໃນ​ທົ່ວ​ແຂວງ ລວມ 65 ຄົນ . ອ້າຍ Hoang Ba Nam ​ເລຂາ​ຄະນະ​ຊາວ​ໜຸ່ມ​ແຂວງ Quang Ninh ​ເວົ້າວ່າ:

   “ນີ້​ແມ່ນ​ວຽກ​ງານ​ທີ່​ມີ​ຄວາມ​ໝາຍ​ທີ່​ສຸດ ສະ​ແດງ​ໃຫ້​ເຫັນ​ລັກສະນະ​ສຶກສາ​ອົບຮົມ​ສູງ, ​ໂດຍ​ຜ່ານ​ການ​ເຄື່ອນ​ໄຫວ​ຕ່າງໆ ຈະ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຮູ້​ບຸນຄຸນ​ຂອງ​ລຸ້ນໜຸ່ມ ກໍ່ຄື​ຄວາມ​ຮັບຜິດຊອບ​ຂອງ​ລຸ້ນໜຸ່ມ​ຕໍ່​ຄອບຄົວ​ນະ​ໂຍາ​ບາຍ, ຄອບຄົວ​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ການ​ປະຕິວັດ ​ໃນ​ການ​ປະຕິບັດ​ໜ້າ​ທີ່​ການ​ເມືອງ​ຂອງ​ທ້ອງ​ຖິ່ນ. ນອກຈາກ​ນັ້ນ​ແລ້ວ, ມັນ​ຍັງ​ສະ​ແດງ​ໃຫ້​ເຫັນ​ໜ້າ​ທີ່​ການ​ເມືອງ​ຂອງອົງການ​ຊາວ​ໜຸ່ມ, ການ​ເຂົ້າຮ່ວມ​ຂອງ​ທົ່ວ​ສັງຄົມ, ​ໃນ​ນັ້ນຊາວ​ໜຸ່ມ​ສວມ​ບົດບາດ​ຕົ້ນຕໍ​ໃນ​ສັບປະດາ​ຕອບ​ບຸນ​ແທນ​ຄຸນ“.

 

ຂ່າວ/ບົດ​ອື່ນ