ໄວ​ໜຸ່ມ​ນະ​ຄອນ ໂຮ່​ຈີ​ມິນ ເປີດ​ບັນ​ດາ​ເຂດ​ອາ​ໄລ​ຫາ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ

(VOVWORLD) - ເຂດວາງສະແດງພາບຖ່າຍກ່ຽວກັບກິດຈະກຳການເຄື່ອນໄຫວຂອງທ່ານເລຂາທິການໃຫຍ່ຜ່ານແຕ່ລະໄລຍະຍຸກສະໄໝ ແລະ ໃນຫຼາຍຂົງເຂດ; ບັນດາຄຳປາໄສຂອງທ່ານເລຂາທິການໃຫຍ່ ທີ່ຝາກເຖິງສະມາຊິກຊາວໜຸ່ມ, ຊາວໜຸ່ມ, ເຍົາວະຊົນອະນຸຊົນໃນທົ່ວປະເທດເວົ້າລວມ ແລະ ນະຄອນ ໂຮ່ຈີມິນ ເວົ້າສະເພາະ; ບັນດາຜົນງານການຂີດຂຽນຂອງທ່ານ ພ້ອມດ້ວຍບົດກ່າວປາໄສ ແລະ ບັນດາເວທີປາໄສທີ່ທ່ານເລຂາທິການໃຫຍ່ເຄີຍເຂົ້າຮ່ວມ…
ໄວ​ໜຸ່ມ​ນະ​ຄອນ ໂຮ່​ຈີ​ມິນ ເປີດ​ບັນ​ດາ​ເຂດ​ອາ​ໄລ​ຫາ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ - ảnh 1ເຂດວາງສະແດງພາບຖ່າຍ ແລະ ຜົນງານຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ (ພາບ: tuyengiao.vn)

ວັນທີ 25 ກໍລະກົດ, ຄະນະຊາວໜຸ່ມນະຄອນ ໂຮ່ຈີມິນ ໄດ້ຈັດເຂດວາງສະແດງພາບດ້ວຍຫົວຂໍ້ “ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃສແຈ້ງໃນໃຈໄວໜຸ່ມນະຄອນ ໂຮ່ຈີມິນ ຕະຫຼອດໄປ”. ກິດຈະກຳດັ່ງກ່າວແມ່ນເພື່ອແນໃສ່ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຂອງໄວໜຸ່ມນະຄອນ ໂຮ່ຈີມິນ ທີ່ມີຕໍ່ຄຸນງາມຄວາມດີອັນໃຫຍ່ຫຼວງຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

        ເຂດວາງສະແດງພາບຖ່າຍກ່ຽວກັບກິດຈະກຳການເຄື່ອນໄຫວຂອງທ່ານເລຂາທິການໃຫຍ່ຜ່ານແຕ່ລະໄລຍະຍຸກສະໄໝ ແລະ ໃນຫຼາຍຂົງເຂດ; ບັນດາຄຳປາໄສຂອງທ່ານເລຂາທິການໃຫຍ່ ທີ່ຝາກເຖິງສະມາຊິກຊາວໜຸ່ມ, ຊາວໜຸ່ມ, ເຍົາວະຊົນອະນຸຊົນໃນທົ່ວປະເທດເວົ້າລວມ ແລະ ນະຄອນ ໂຮ່ຈີມິນ ເວົ້າສະເພາະ; ບັນດາຜົນງານການຂີດຂຽນຂອງທ່ານ ພ້ອມດ້ວຍບົດກ່າວປາໄສ ແລະ ບັນດາເວທີປາໄສທີ່ທ່ານເລຂາທິການໃຫຍ່ເຄີຍເຂົ້າຮ່ວມ…

        ໃນວັນດຽວກັນ, ຢູ່ຫໍເຍົາວະຊົນນະຄອນ ໂຮ່ຈີມິນ ກໍໄດ້ຈັດເຂດວາງສະແດງພາຍໃຕ້ຫວົຂໍ້ “ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຜູ້ມອບທຸກຄວາມຮັກແພງໃຫ້ເຍົາວະຊົນອານຸຊົນ”, ເພື່ອສະແດງຄວາມອາໄລອາວອນ ແລະ ຄວາມຮູ້ບຸນຄົນຢ່າງລົ້ນເໜືອຂອງເຍົາວະຊົນອານຸຊົນນະຄອນ ທີ່ມີຕໍ່ຄຸນງາມຄວາມດີອັນໃຫຍ່ຫຼວງຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

        ບັນດາເຂດວາງສະແດງດັ່ງກ່າວໄດ້ດຳເນີນເປັນເວລາ 2 ວັນ, ແຕ່ວັນທີ 25 ແລະ 26 ກໍລະກົດ.

ຕອບກັບ

ຂ່າວ/ບົດ​ອື່ນ