ໄວໜຸ່ມນະຄອນໂຮ່ຈີມິນຈັດການເຄື່ອນໄຫວອາສາສະໝັກຢູ່ ລາວ

(VOVWORLD) - ການເຄື່ອນໄຫວໂດຍມີການເຂົ້າຮ່ວມຂອງຊາວໜຸ່ມອາສາສະໝັກ 105 ຄົນຢູ່ແຂວງ ຈຳປາສັກ ແລະ ແຂວງ ອັດຕະປື (ລາວ) ພ້ອມກັບນັກອາສາສະໝັກ 80 ຄົນເຂົ້າຮ່ວມບັນດາການເຄື່ອນໄຫວອາສາສະໝັກຢູ່ເມືອງເກາະ ຝູກຸຍ.
ໄວໜຸ່ມນະຄອນໂຮ່ຈີມິນຈັດການເຄື່ອນໄຫວອາສາສະໝັກຢູ່ ລາວ - ảnh 1ພິທີເລີ່ມປະຕິບັດບັນດາການເຄື່ອນໄຫວອາສາສະໝັກຍາມພັກແລ້ງຢູ່ ສປປ.ລາວ
(ພາບ: qdnd.vn)

        ເພື່ອແນໃສ່ເສີມຂະຫຍາຍຈິດໃຈສາມັກຄີ, ມິດຕະພາບລະຫວ່າງສະມາຊິກຊາວໜຸ່ມ, ໄວໜຸ່ມຂອງ 2 ປະເທດ ຫວຽດນາມ - ລາວ ແລະ ປະຕິບັດລາຍການ “ໄວໜຸ່ມນະຄອນ ເພື່ອເຂດຊາຍແດນ, ທະເລ, ໝູ່ເກາະ” ໄລຍະ 2018 – 2022, ຄະນະຊາວໜຸ່ມນະຄອນ ໂຮ່ຈີມີນ ໄດ້ຈັດພິທີເລີ່ມປະຕິບັດບັນດາການເຄື່ອນໄຫວອາສາສະໝັກຍາມພັກແລ້ງຢູ່ ສປປ.ລາວ (ໃນລະຫວ່າງວັນທີ 13 – 26 ກໍລະກົດ) ແລະ ເກາະ ຝູກຸຍ (ແຂວງ ບິ່ງທ້ວນ, ໃນລະຫວ່າງວັນທີ 13 – 28 ກໍລະກົດ). ການເຄື່ອນໄຫວໂດຍມີການເຂົ້າຮ່ວມຂອງຊາວໜຸ່ມອາສາສະໝັກ 105 ຄົນຢູ່ແຂວງ ຈຳປາສັກ ແລະ ແຂວງ ອັດຕະປື (ລາວ) ພ້ອມກັບນັກອາສາສະໝັກ 80 ຄົນເຂົ້າຮ່ວມບັນດາການເຄື່ອນໄຫວອາສາສະໝັກຢູ່ເມືອງເກາະ ຝູກຸຍ.

        ໃນລາຍການ, ບັນດານັກອາສາສະໝັກນະຄອນ ໂຮ່ຈີມິນ ໄດ້ສຸມໃສ່ເຂົ້າ 5 ກຸ່ມກິດຈະກຳໃຫຍ່, ໃນນັ້ນມີການເຄື່ອນໄຫວດ້ານການແພດ. ໃນນັ້ນ, ບັນດາໂຮງໝໍຈະຈັດການກວດພະຍາດໃຫ້ປະຊາຊົນ, ນ້ອງນ້ອຍເຍົາວະຊົນ 5.000 ຄົນຢູ່ 2 ແຂວງ ຈຳປາສັກ ແລະ ອັດຕະປື; ແບ່ງປັນບົດຮຽນໃຫ້ແກ່ບັນດາແພດໝໍຂອງ ລາວ ໃນວຽກງານເບິ່ງແຍງດູແລສຸຂະພາບໃຫ້ແກ່ປະຊາຊົນພາຍຫຼັງໂຄວິດ-19, ຈັດກອງປະຊຸມສຳມະນາແບ່ງປັນບົດຮຽນ, ວິຊາສະເພາະຂອງຂະແໜງສາທາລະນະສຸກ… ໃນ 14 ວັນຢູ່ລາວ, ບັນດານັກອາສາສະໝັກຈະຜັນຂະຫຍາຍການເຄື່ອນໄຫວຢູ່ 10 ເມືອງ, ນະຄອນຂຶ້ນກັບ 2 ແຂວງ ຈຳປາສັກ ແລະ ອັດຕະປື.

ຕອບກັບ

ຂ່າວ/ບົດ​ອື່ນ