ໄວ​ໜຸ່ມຫວຽດນາມ ຮ່ວມ​ແຮງ​ຮ່ວ​ມໃຈປ້ອງ​ກັນ ​ແລະ ສະກັດ​ກັ້ນ​ໂລກ​ລະບາດ​ໂຄ​ວິດ -​19

(VOVWORLD) -  ຕອນເຊົ້າວັນທີ 25 ມີນາ, ຄະນະຊາວໜຸ່ມນະຄອນຮ່າໂນ້ຍ ໄດ້ຈັດຕັ້ງລາຍການ ໄວໜຸ່ມນະຄອນອາສາສະໝັກ ເພື່ອສຸຂະພາບຂອງວົງຄະນະຍາດ. ນີ້ແມ່ນເຫດການນອນຢູ່ໃນລະບົບບັນດາກິດຈະກໍາສະເຫຼີມສະຫຼອງ 89 ປີ ແຫ່ງວັນສ້າງຕັ້ງ ຄະນະຊາວໜູ່ມ ຄອມມູນິດ ໂຮ່ຈີມິນ.

       ທີ່ລາຍການດັ່ງກ່າວ, ຄະນະຊາວໜຸ່ມນະຄອນຮ່າໂນ້ຍ ໄດ້ຈັດຕັ້ງກິດຈະກໍາຕ່າງໆຄື ບໍລິຈາກເລືອດ, ແຈກຢາຍນໍ້າຢາລ້າງມື ແລະ ຜ້າອັດປາກໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນ; ໂຄສະນາກ່ຽວກັບການປ້ອງກັນ ແລະ ສະກັດກັ້ນໂລກລະບາດ ໂຄວິດ - 19. ພິເສດ, ແມ່ນສະເໜີຕົວໜ່ວຍຊາວໜຸ່ມອາສາສະໝັກ ປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19 ຂັ້ນນະຄອນ ເພື່ອແນໃສ່ໜູນຊ່ວຍກໍາລັງປ້ອງກັນຄວາມສະຫງົບ, ທະຫານ, ແພດໝໍໃນວຽກງານຂົນສົ່ງພື້ນຖານດ້ານວັດຖຸ, ໃຫ້ຂ່າວ, ແນະນໍາຢູ່ເຂດແຍກຕົວແຫ່ງຕ່າງໆໃນບໍລິເວນນະຄອນ. ເພື່ອນ ຫງວຽນແທ່ງຢຸຍ ເຊິ່ງເປັນໜຶ່ງໃນບັນດາຊາວໜຸ່ມອາສາສະໝັກ ໃຫ້ຮູ້ວ່າ:

        “ພວກນ້ອງໄດ້ໜູນຊ່ວຍເຂດແຍກຕົວຢູ່ ຟາບເວິນ - ຕື໊ຮຽບ, ສ້າງຕັ້ງບັນດາທິມງານໂຄສະນາຂົນຂວາຍປະຊາຊົນແຈ້ງອາການສຸຂະພາບ, ພ້ອມກັນນັ້ນ ກໍສ້າງຕັ້ງຈຸດແຈກຢາຍຜ້າອັດປາກ, ນໍ້າຢາລ້າງມືໂດຍບໍ່ເສຍຄ່າ. ເມື່ອເຂົ້າຮ່ວມບັນດາກິດຈະກໍາອາສາສະໝັກນີ້, ພວກນ້ອງກໍຕ້ອງປະກອບຄວາມຮູ້ເພື່ອປ້ອງກັນ ແລະສະກັດກັ້ນໂລກລະບາດ”.

        ຢູ່ແຂວງເທື່ອທຽນ -  ເຫວ້, ນັກສຶກສາມະຫາວິທະຍາໄລ ແພດສາດ ນັບຮ້ອຍຄົນ ພ້ອມກັບພະນັກງານແພດໝໍ, ກໍາລັງຕໍາຫຼວດ, ທະຫານ ໄດ້ເວນຍາມຕະຫຼອດ 24 ຊົ່ວໂມງຢູ່ຈຸດຕ່າງໆ ເພື່ອຄວບຄຸມໂລກລະບາດ ໂຄວິດ - 19. ທ່ານປະລິນຍາເອກ ຫງວຽນວັນຫຸ່ງ, ພະນັກງານມະຫາມະວິທະຍາໄລການແພດການຢາ ເຫວ້ ໃຫ້ຮູ້ວ່າ ນີ້ແມ່ນໂອກາດເພື່ອໃຫ້ນັກສຶກສາສະແດງຄວາມຮັບຜິດຊອບຂອງຕົນທີ່ມີຕໍ່ວົງຄະນະຍາດ ແລະ ສັງຄົມ.

        ໃນໄລຍະຈະມາເຖິງ, ນັກສຶກສາພະແນກ ການແພດ, ການຢາ ແລະ ພະຍາບານ ປີສຸດທ້າຍຂອງມະຫາວິທະຍາໄລ ໄຕງວຽນ, ມະຫາວິທະຍາໄລບວນມາທວດ ແລະ ວິທະຍາໄລການແພດດັກລັກ ກໍຈະເຂົ້າຮ່ວມຂະບວນການປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ -19 ຢູ່ທ້ອງຖິ່ນຂອງຕົນ.


 

ຕອບກັບ

ຂ່າວ/ບົດ​ອື່ນ