ໄວ​ໜຸ່ມ​ຫວຽດ​ນາມ ເຊື່ອ​ໝັ້ນວ່າ​ປະ​ເທດ​ຊາດ​ຈະ​ພັດ​ທະ​ນາ​ກ່​ວາ​ໃນ​ອະ​ນາ​ຄົດ

(VOVWORLD) -ວັນທີ 19 ສິງຫາ, ບົດລາຍງານຄົ້ນຄ້ວາກ່ຽວກັບໄວໜຸ່ມຫວຽດນາມ ໂດຍສະພາອັງກິດປະຈຳຫວຽດນາມປະຕິບັດແຕ່ເດືອນພຶດສະພາ 2019 ຫາ ເດືອນເມສາ 2020 ໄດ້ສະແດງໃຫ້ເຫັນວ່າ ໄວໜຸ່ມຫວຽດນາມ ເກືອບທັງໝົດລ້ວນແຕ່ມີຄວາມເຊື່ອໝັ້ນວ່າ ປະເທດຊາດໄດ້ ແລະ ພວມມານະພະຍາຍາມຢ່າງບໍ່ຢຸດຢັ້ງເພື່ອປັບປຸງເງື່ອນໄຂດຳລົງຊີວິດໃຫ້ແກ່ປະຊາຊົນ. 
ໄວ​ໜຸ່ມ​ຫວຽດ​ນາມ ເຊື່ອ​ໝັ້ນວ່າ​ປະ​ເທດ​ຊາດ​ຈະ​ພັດ​ທະ​ນາ​ກ່​ວາ​ໃນ​ອະ​ນາ​ຄົດ - ảnh 1                            ພາບປະກອບ: ngkt.mofa.gov.vn

ໄວໜຸ່ມກໍ່ມີຄວາມປະເອີບໃຈຕໍ່ອະນາຄົດຂອງ ປະເທດຊາດ ແລະ ເຊື່ອໝັ້ນວ່າ ຫວຽດນາມ ຈະພັດທະນາກ່ວາອີກໃນ 15 ປີຈະມາເຖິງ, ເຖິງຢ່າງໃດກໍ່ຕາມ, ເຂົາເຈົ້າຍັງມີຄວາມປາດຖະໜາຢາກມີຕື່ມໂຄງການບຳລຸງສ້າງທີ່ມີລັກສະນະພຶດຕິກຳຕົວຈິງສູງຫຼາຍກ່ວາອີກ. ໄວໜຸ່ມຫວັງວ່າ ຫວຽດນາມ ຈະຮ່ຳຮຽນ, ປະຕິບັດຕາມປະເທດອື່ນໃນການສຸມໃສ່ຮັກສາຜູ້ທີ່ມີຄວາມເກັ່ງກ້າສາມາດ, ປົກປັກຮັກສາສິ່ງແວດລ້ອມ, ພ້ອມທັງຊຸກຍູ້ການປ່ຽນແປງໃໝ່ທີ່ມີຫົວຄິດປະດິດສ້າງ ແລະ ຍົກສູງຄຸນນະພາບຂອງການດຳລົງຊີວິດ. ໄວໜຸ່ມມຸ່ງໄປເຖິງປະເທດຫວຽດນາມອັນດີງາມໃນປີ 2035 ຈະບໍ່ມີຄອບຄົວທຸກຍາກ, ຮັບປະກັນການສຶກສາໃຫ້ແກ່ທຸກໆຄົນ, ໄວໜຸ່ມຈະມີຫຼາຍໂອກາດສຳຜັດ, ຮ່ຳຮຽນ ບັນດາເຕັກໂນໂລຊີທີ່ກ້າວໜ້າ. ພື້ນຖານໂຄງລ່າງທັນສະໄໝ ແລະ ປະຊາຊົນທຸກໆຄົນລ້ວນແຕ່ໄດ້ນຳໃຊ້, ພັດທະນາສິ່ງແວດລ້ອມແບບຍືນຍົງ…

ຕອບກັບ

ຂ່າວ/ບົດ​ອື່ນ