ໄວໜຸ່ມຫ້າວຫັນໂຄສະນາພາບພົດຫວຽດນາມຢູ່ ສ.ເຊັກໂກ

(VOVWORLD) -ວັນທີ 7 ຕຸລາ, ຊາວເຊັກໂກ ແລະ ແຂກສາກົນໄດ້ມາຮ່ວມງານບຸນໂດຍບັນດາເພື່ອນໜຸ່ມຊາວຫວຽດນາມລຸ່ນທີ 2 ພວມອາໄສຢູ່ເຊັກໂກ ຈັດຕັ້ງຂຶ້ນຢູ່ນະຄອນຫຼວງ ປຣາຮາ ເພື່ອແນະນຳກ່ຽວກັບວັດທະນະທຳຫວຽດນາມ
ໄວໜຸ່ມຫ້າວຫັນໂຄສະນາພາບພົດຫວຽດນາມຢູ່ ສ.ເຊັກໂກ - ảnh 1ເພື່ອນໜຸ່ມຊາວຫວຽດນາມລຸ່ນທີ 2 ພວມອາໄສຢູ່ເຊັກໂກ ເຂົ້າຮ່ວມງານບຸນແນະນຳວັດທະນະທຳຫວຽດນາມ 

ມາຮ່ວມງານບຸນ, ຊາວເຊັກໂກ ກໍຄືແຂກສາກົນທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ເຊັກໂກ ບໍ່ພຽງແຕ່ໄດ້ຊອກຮູ້ກ່ຽວກັບປະຫວັດສາດ, ວັດທະນະທຳທີ່ມີຫຼາຍຮູບຫຼາຍສີຂອງບັນດາເຜົ່າ, ຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວ, ວັດທະນະທຳການກິນຂອງຫວຽດນາມເທົ່ານັ້ນ, ຫາກຍັງຮູ້ເຖິງທັກສະໃນການດຳລົງຊີວິດໂດຍບັນດາເພື່ອນໜຸ່ມຫວຽດນາມສະແດງ. ເພື່ອນຫງວຽນແມ້ງຮຸ່ງ ສະມາຊິກຂອງ VietUp ຊຶ່ງແມ່ນໜຶ່ງໃນບັນດາກຸ່ມເພື່ອນໜຸ່ມຈັດຕັ້ງເຫດການແບ່ງປັນວ່າ :

    “ ພວກນ້ອງຢາກຈັດຕັ້ງງານ Festival ນີ້ໃຫ້ຊາວເຊັກໂກຮູ້ວ່າ ຊາວຫວຽດນາມຢູ່ນີ້ ແມ່ນມີລຸ່ນຄົນທີ 2, ທີ 3 ແລະ ເຂົາເຈົ້າບໍ່ພຽງແຕ່ແມ່ນຊາວຫວຽດນາມຮູ້ພາສາເຊັກໂກຫຼືເປັນຜູ້ຂາຍເຄື່ອງຢູ່ບັນດາຮ້ານຄ້າເທົ່ານັ້ນ, ເຂົາເຈົ້າກໍຍັງມີການເຄື່ອນໄຫວສະເພາະຂອງເຂົາເຈົ້າອີກດ້ວຍ. ຜ່ານບັນດາລາຍການນີ້, ພວກນ້ອງຢາກແນະນຳໃຫ້ຊາວເຊັກໂກຮູ້ກ່ຽວກັບວັດທະນະທຳຂອງຫວຽດນາມ ແລະ ຊາວຫວຽດນາມລຸ່ນທີ 2 ຄືພວກນ້ອງ ຄືແນວໃດ. ນ້ອງປາດຖະໜາວ່າ ຊາວເຊັກໂກຈະເບິ່ງພວກນ້ອງຄືຄົນລຸ່ນໃໝ່ ໄດ້ຜ່ານການສຶກສາ ແລະ ກໍ່ສ້າງ ພ້ອມທັງມີຄວາມເຂົ້າໃຈທາງດ້ານວັດທະນະທຳຂອງຕົນ ”

ຕອບກັບ

ຂ່າວ/ບົດ​ອື່ນ