ໄວໜຸ່ມເພື່ອທະເລໝູ່ເກາະບ້ານເກີດເມືອງນອນປີ2016ດ້ວຍການເຄື່ອນໄຫວມີຄວາມໝາຍແທດຈິງຫລາຍຢ່າງ

ໄວໜຸ່ມເພື່ອທະເລໝູ່ເກາະບ້ານເກີດເມືອງນອນປີ2016ດ້ວຍການເຄື່ອນໄຫວມີຄວາມໝາຍແທດຈິງຫລາຍຢ່າງ - ảnh 1
​ຂະ​ບວນການ​ເຄື່ອນ​ໄຫວໄວ​ໜຸ່ມ​ເພື່ອ​ທະ​ເລ​
ໝູ່​ເກາະ​ບ້ານ​ເກີດ​ເມືອງ​ນອນ​ປີ 2016
(ພາບ: dantri.com)

(vovworld) - ​ ​ຂະ​ບວນການ​ເຄື່ອນ​ໄຫວໄວ​ໜຸ່ມ​ເພື່ອ​ທະ​ເລ​ໝູ່​ເກາະ​ບ້ານ​ເກີດ​ເມືອງ​ນອນ​ປີ 2016 ດຳ​ເນີນ​ໃນ​ເວລາ 10 ວັນ (ນັບ​ແຕ່ວັນ​ທີ 25/04 – 04/05) ​ເຂົ້າ​ຮ່ວມ​ຂະ​ບວນການ​ນີ້ມີ​ຜູ້​ແທນ​ກ່ວາ 200 ຄົນ​ທີ່​ມາ​ຈາກ​ຫລາຍ​ທ້ອງ​ຖິ່ນ, ບັນດາ​ອົງການ​​ການ​ເມືອງ​ - ສັງຄົມ, ​ໃນ​ນັ້ນ​ມີ​ຜູ້​ແທນ 95 ຄົນແມ່ນ​ບັນດາ​ຊາວ​ໜຸ່ມ​ທີ່​ເປັນແບບຢ່າງ​ທີ່​ດີ​ເດັ່ນ​ຂອງ​ຄະນະ​ຊາວ​ໜຸ່ມ ​ແລະ ບັນດາ​ບຸກຄົນ​ດີ​ເດ່ັນ ​ທີ່​ມີ​ຂໍ້​ລິ​ເລີ່​ມຫລາຍ​ຢ່າງ​ໃນ​ການ​ປະຕິ​ບັດລາຍ​ການ “​ເຈື່ອງ​ຊາ​ຂຽວ” ດ້ວຍ​ຫົວ​ຂໍ້​ວ່າ “​ໄວ​ໜຸ່ມຮ່ວມ​ເດີນ​ທາງ ​ເພື່ອ​ເຈື່ອງ​ຊາ​ຂຽວ”, ຄະນະ​ຈະ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວທີ່​ມີ​ຄວາມ​ໝາຍ, ​ແທດ​ຈິງ​ຫລາຍ​ຢ່າງ​ຄື: ຜັນ​ຂະຫຍາຍການ​ທົດ​ລອງ​ວິທີ​ກຳຈັດ​ສິ່ງ​ເສດ​ເຫຼືອ, ຂີ້​ເຫຍື່ອ​ດ້ວຍ​ເຕັກ​ໂນ​ໂລ​ຢີຈຸ​ລະ​ຊີບ…​ຂະ​ບວນການໄວ​ໜຸ່ມ​ເພື່ອ​ທະ​ເລ​ໝູ່​ເກາະ​ບ້ານ​ເກີດ​ເມືອງ​ນອນ​ປີ 2016 ​ໂດຍສູນ​ກາງ​ຊາວ​ໜູ່ມສົມທົບ​ກັບກອງ​ບັນຊາ​ການ​ເຫຼົ່າ​ທັບ​ເຮືອ​ຈັດ​ຕັ້ງ ​ເພື່ອ​ແນ​ໃສ່​ໂຄສະນາ​ສຶກສາ​ອົບຮົມໄວ​ໜຸ່ມ​​ໃຫ້​ມີ​ຄວາມ​ຮັກ​ຊາດ, ​ມີ​ຄວາມເອກອ້າ​ງທະ​ນົງ​ໃຈຕໍ່ປ​ເທດ​​ຊາດ, ປຸກລຸກ​ອາລົມ​ຈິດ ​ແລະ ​ເຈດ​ຈຳນົງ​ຕັດສິນ​ໃຈ​ຂອງ​ໄວ​ໜຸ່ມ​ໃນ​ການ​ປົກ​ປັກ​ຮັກສາ​ອະທິປະ​ໄຕ ​ແລະ ກໍ່ສ້າງ​ທະ​ເລ​ໝູ່​ເກາະ; ປະກອບສ່ວນ​ປຸກລະດົມ​ຈິດ​ໃຈ​ກອງທັບ ​ແລະ ປະຊາຊົນ ປະຕິ​ບັດ​ໜ້າ​ທີ່​ສ້າງສາ ​ແລ​ະ ປົກ​ປັກ​ຮັກສາຜືນ​ແຜ່ນດິນ, ​ເຂດ​ນ່ານທ​ະ​ເລອັນ​ສັກກະ​ລະ​ບູຊາ​ຂອງ​ປ​ເທດ​ຊາດ.

 


ຂ່າວ/ບົດ​ອື່ນ