ໄອ​ແລນ ປະ​ກາດ​ອັດ​ປະ​ຕູ​​ສະ​ຖານ​ທູດ​ຢູ່ ລັດ​ເຊຍ

(VOVWORLD) - ໄອແລນ ແມ່ນປະເທດໄດ້ສະໜັບສະໜູນບັນດາຄຳສັ່ງລົງໂທດຂອງສະຫະພາບ ເອີລົບ (EU) ຈັດວາງໃສ່ລັດເຊຍ ກ່ຽວຂ້ອງເຖິງການປະທະກັນລະຫວ່າງ ລັດເຊຍ-ຢູແກຼນ.
ໄອ​ແລນ ປະ​ກາດ​ອັດ​ປະ​ຕູ​​ສະ​ຖານ​ທູດ​ຢູ່ ລັດ​ເຊຍ - ảnh 1

 ສະຖານທູດ ໄອແລນ ປະຈຳ ລັດເຊຍ (ພາບ: Moskva News Agency)

     ວັນທີ 9 ມິຖຸນາ, ລັດຖະບານ ໄອແລນ ໄດ້ປະກາດໄດ້ອັດປະຕູສະຖານທູດປະເທດນີ້ ນະຄອນຫຼວງ ມົດສະກູ ຂອງລັດເຊຍ. ນີ້ແມ່ນ 1 ໃນຈຳນວນ 18 ສະຖານທູດຂອງ ໄອແລນ ປະຈຳຕ່າງປະເທດ. ຕາມແຈ້ງການຂອງລັດຖະບານປະເທດນີ້ແລ້ວ, ແມ່ນຍ້ອນ “ສະພາບການປະຈຸບັນ ບໍ່ອະນຸຍາດໃຫ້ຂະແໜງການທູດ ໄອແລນ ສືບຕໍ່ການເຄື່ອນໄຫວຂອງສະຖານທູດປະຈຳ ລັດເຊຍ ໄດ້” ພ້ອມທັງເນັ້ນໜັກວ່າ ການອັດປະຕູການເຄື່ອນໄຫວຂອງອົງການຜູ້ຕາງໜ້າການທູດ “ບໍ່ໝາຍຄວາມວ່າຈະຕັດການພົວພັນທາງການທູດ”. ລັດຖະບານ ໄອແລນ ກໍ່ຮຽກຮ້ອງໃຫ້ ລັດເຊຍ ຈົ່ງຫລຸດລະດັບການມີໜ້າທາງການທູດຂອງສະຖານທູດ ປະຈຳນະຄອນຫຼວງ Reykjavik ລົງ.

   ໄອແລນ ແມ່ນປະເທດໄດ້ສະໜັບສະໜູນບັນດາຄຳສັ່ງລົງໂທດຂອງສະຫະພາບ ເອີລົບ (EU) ຈັດວາງໃສ່ລັດເຊຍ ກ່ຽວຂ້ອງເຖິງການປະທະກັນລະຫວ່າງ ລັດເຊຍ-ຢູແກຼນ. ສ່ວນ ລັດເຊຍ ໄດ້ນຳ ໄອແລນ ເຂົ້າໃນບັນຊີລາຍຊື່ “ບັນດາປະເທດບໍ່ເປັນມິດ”.

ຕອບກັບ

ຂ່າວ/ບົດ​ອື່ນ