ໄຮ​ຕີ ສະ​ເໜີ​ ສ​ປ​ຊ ແລະ ອາ​ເມ​ລິ​ກາ ​ຊ່ວຍ​ເຫຼືອຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ

(VOVWORLD) -ທ່ານລັດຖະມົນຕີຮັບຜິດຊອບການເລືອກຕັ້ງ ໄຮຕີ Mathias Pierre ໃຫ້ຮູ້ວ່າ ລັດຖະບານປະເທດນີ້ ໄດ້ສະເໜີໃຫ້ ອາເມລິກາ ສົ່ງນັກຮົບປະມານ 500 ຄົນ ເພື່ອປ້ອງກັນບັນດາພື້ນຖານໂຄງລ່າງທີ່ສຳຄັນ
ໄຮ​ຕີ ສະ​ເໜີ​ ສ​ປ​ຊ ແລະ ອາ​ເມ​ລິ​ກາ ​ຊ່ວຍ​ເຫຼືອຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ - ảnh 1ພາບປະກອບ:  AFP/TTXVN

ວັນທີ 9 ກໍລະກົດ, ລັດຖະບານ ໄຮຕີ ສະເໜີໃຫ້ ສປຊ ແລະ ອາເມລິກາ ສົ່ງນັກຮົບມາຊ່ວຍປະເທດນີ້ປົກປ້ອງຄວາມໝັ້ນຄົງ, ພິເສດແມ່ນຢູ່ບັນດາພື້ນຖານໂຄງລ່າງທີ່ສຳຄັນ, ພາຍຫຼັງເກີດເຫດລອບສັງຫານທ່າປະທານາທິບໍດີ Jovenel Moise ໃນວັນທີ 7 ກໍລະກົດ. ທ່ານລັດຖະມົນຕີຮັບຜິດຊອບການເລືອກຕັ້ງ ໄຮຕີ Mathias Pierre ໃຫ້ຮູ້ວ່າ ລັດຖະບານປະເທດນີ້ ໄດ້ສະເໜີໃຫ້ ອາເມລິກາ ສົ່ງນັກຮົບປະມານ 500 ຄົນ ເພື່ອປ້ອງກັນບັນດາພື້ນຖານໂຄງລ່າງທີ່ສຳຄັນ ລວມມີ ທ່າກຳປັ່ນ, ສະໜາມບິນ ແລະ ລະບົບພະລັງງານ. ໄຮຕີ ມີຄວາມວິຕົກກັງວົນວ່າ ກຳລັງນັກຮົບຈ້າງ ອາດຈະທຳລາຍບັນດາພື້ນຖານໂຄງລ່າງ ເພື່ອກໍ່ຄວາມຂາດສະຖຽນລະພາບຢູ່ປະເທດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ