ໜັງສືພິມ Financial Times ຍ້ອງຍໍຊົມເຊີຍຮູບແບບຄວບຄຸມໂລກລະບາດຂອງຫວຽດນາມ

(VOVWORLD) -ໃນໜ້າເວັບໜັງສືພິມ Financial Times ເອີ້ນນີ້ວ່າແມ່ນບັ້ນບຸກໂຈມຕີຂະໜາດໃຫຍ່ໃນການຄວບຄຸມໂຄວິດ-19 ຂອງຫວຽດນາມ ແລະ ແມ່ນຮູບແບບຄວບຄຸມທີ່ມີລາຍຈ່າຍຕ່ຳ.

ວັນທີ 24 ມີນາ, ໜ້າເວັບຂອງໜັງສືພິມ Financial Times (ໜັງສືພິມການເງິນ),  ເຊິ່ງແມ່ນໜັງສືພິມລົງເລິກສະເພາະດ້ານການເງິນ ແລະ ການດຳເນີນທຸລະກິດຢູ່ອັງກິດ, ມີບົດຂຽນໄດ້ຍ້ອງຍໍຊົມເຊີຍຄວາມມານະພະຍາຍາມຂອງຫວຽດນາມ ໃນວຽກງານຄວບຄຸມການແຜ່ລະບາດຂອງໂລກລະບາດໂຄວິດ-19.

        ຕາມບົດຂຽນແລ້ວ, “ຫວຽດນາມ ໄດ້ຊີ້ໃຫ້ເຫັນວ່າ ຮູບແບບຄວບຄຸມໂລກລະບາດຢູ່ປະເທດມີແຫຼ່ງກຳລັງຈຳກັດ, ແຕ່ຜູ້ນຳໜ້າແມ່ນບັນດາການນຳມີຄວາມຕັດສິນໃຈສູງ”, ໃນນັ້ນໄດ້ເຕື້ອງເຖິງຈິດໃຈ “ຕ້ານໂລກລະບາດຄືດັ່ງຕ້ານສັດຕູ” ເຊິ່ງທ່ານນາຍົກລັດຖະມົນຕີຫຽດນາມ ຫງວຽນຊວັນຟຸກ ໄດ້ຍົກອອກມາ. ໃນໜ້າເວັບໜັງສືພິມ Financial Times ເອີ້ນນີ້ວ່າແມ່ນບັ້ນບຸກໂຈມຕີຂະໜາດໃຫຍ່ໃນການຄວບຄຸມໂຄວິດ-19 ຂອງຫວຽດນາມ ແລະ ແມ່ນຮູບແບບຄວບຄຸມທີ່ມີລາຍຈ່າຍຕ່ຳ.

        ຕາມບົດຂຽນແລ້ວ, ຜົນສຳເລັດຂອງຫວຽດນາມ ໃນບັ້ນບຸກໂຈມຕີໂຄວິດ-19 ແມ່ນຕ້ອງເວົ້າເຖິງການຮ່ວມມືຂອງຖັນແຖວແພດໝໍ, ທ່ານໝໍ, ກອງທັບ ແລະ ສື່ມວນຊົນແຫ່ງລັດຫວຽດນາມ ໄດ້ອັບເດດຂໍ້ມູນຂ່າວກ່ຽວກັບສະພາບໂລກລະບາດ ເພື່ອໃຫ້ປະຊາຊົນກຳແໜ້ນໄດ້ຢ່າງຈະແຈ້ງ ແລະ ປ້ອງກັນ, ຫຼີກລ້ຽງ, ກວດພົບກໍລະນີສົງໄສຕິດໂລກລະບາດ ແລະ ດຳເນີນການແຍກຕົວໂດຍໄວ, ພ້ອມທັງລະດົມທົ່ວສັງຄົມມານະພະຍາຍາມຕ້ານການແຜ່ລະບາດຂອງໂລກລະບາດຈົນສຸດຄວາມສາມາດ.

ຕອບກັບ

ຂ່າວ/ບົດ​ອື່ນ