ໜັງສືພິມ ຍີ່ປຸ່ນ ຍ້ອງຍໍຊົມເຊີຍ ບັນດາຜົນງານຂອງ ຫວຽດນາມ ພາຍຫຼັງ 30 ປີແຫ່ງການປ່ຽນໃໝ່

(VOVWORLD) -  ກ່ອນທີ່ຈະຈັດຕັ້ງກອງປະຊຸມ APEC, ວັນທີ 1 ພະຈິກ, ໜັງສືພິມ NSN Nikkei ຂອງ ຍີ່ປຸ່ນ ໄດ້ມີບົດຂຽນ “ບັນດາຜົນງານພົ້ນເດັ່ນໃນການພັດທະນາເສດຖະກິດຂອງ ຫວຽດນາມ ພາຍຫຼັງ 30 ປີແຫ່ງການປ່ຽນໃໝ່”,
ໜັງສືພິມ ຍີ່ປຸ່ນ ຍ້ອງຍໍຊົມເຊີຍ ບັນດາຜົນງານຂອງ ຫວຽດນາມ ພາຍຫຼັງ 30 ປີແຫ່ງການປ່ຽນໃໝ່ - ảnh 1 ພາບປະກອບ

 ໃນນັ້ນ, ຊີ້ແຈ້ງບັນດາຜົນງານຂອງພື້ນຖານເສດຖະກິດ ແລະ ຖືວ່າ: ຫວຽດນາມ ພວມນັບມື້ນັບເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກ້ວາງຂວາງກ່ວາ ພາຍຫຼັງ 30 ປີແຫ່ງການປະຕິບັດນະໂຍບາຍປ່ຽນໃໝ່. ບົດຂຽນນີ້ໄດ້ໃຫ້ຂໍ້ສັງເກດວ່າ: ສະພາບແວດລ້ອມແຫ່ງການລົງທຶນຂອງ ຫວຽດນາມ ໄດ້ຮັບການປັບປຸງຢ່າງຕໍ່ເນື່ອງ, ນັບມື້ນັບດຶງດູດບັນດາວິສາຫະກິດຕ່າງປະເທດ, ໂຄງປະກອບເສດຖະກິດໄດ້ຫັນປ່ຽນຕາມທິດທັນສະໄໝໃນເບື້ອງຕົ້ນ. ຫວຽດນາມ ບັນລຸໄດ້ບັນດາຜົນງານສຳຄັນກ່ຽວກັບການປັບປຸງລະບອບນະໂຍບາຍ, ຢັ້ງຢືນຫຼັກການພື້ນຖານເສດຖະກິດມີ, ຫຼາຍພາກສ່ວນ, ຫຼາຍຮູບການແຈກຢາຍ. ກ່ຽວກັບການເຊື່ອມໂຍງເສດຖະກິດສາກົນ, ບົດໜັງສືພິມ ຖືວ່າ ຫວຽດນາມ ໄດ້ເຊື່ອມໂຍງຢ່າງເລິກເຊິ່ງ ກ້ວາງຂວາງ ໃນຫຼາຍລະດັບ, ຫຼາຍຮູບຫຼາຍແບບກ່ຽວກັບຮູບການ, ສ້າງຕັ້ງບັນດາການພົວພັນຄູ່ຮ່ວມມືຍຸດສະສາດດ້ານເສດຖະກິດ. ຕັ້ງໜ້າສ້າງປະຊາຄົມ ອາຊຽນ ໃນປີ 2015 ແລະ ປະຕິບັດສຳເລັດຕະຫຼາດພາຍໃນປະເທດຢ່າງຄົບຖ້ວນກ່ວາ, ຕາມຄຳໝັ້ນສັນຍາຂອງ WTO, 59 ປະເທດ ໄດ້ຮັບຮອງເອົາ ຫວຽດນາມ ມີ ພື້ນຖານເສດຖະກິດການຕະຫຼາດ, ໃນນັ້ນມີຄູ່ຮ່ວມມືການຄ້າໃຫຍ່ຂອງ ຫວຽດນາມ. ຫວຽດນາມ ໄດ້ລົງນາມໃນສັນຍາການຄ້າເສລີພາກພື້ນ ແລະ ສອງຝ່າຍ 10 ສະບັບ, ປະຕິບັດສຳເລັດການເຈລະຈາ FTA ກັບ ອີຢູ; ພວມຕັ້ງໜ້າເຈລະຈາ 3 FTA ອື່ນໆອີກ.

ຕອບກັບ

ຂ່າວ/ບົດ​ອື່ນ