ໜັງສືພິມ ມາເລເຊຍ ຍ້ອງຍໍຄວາມສວຍສົດງົດງາມຂອງທະເລທາງພາກກາງ ຫວຽດນາມ

(VOVWORLD) -ຖ້າຫາກແຂກທ່ອງທ່ຽວ ມາເລເຊຍ ມີແຜນ ແລະ ພວມຊອກຫາຫາດແຄມທະເລແຫ່ງໃໝ່ນັ້ນ ແຄມທະເລທີ່ຍາວຢຽດລຽບຕາມພາກກາງຫວຽດນາມ ແມ່ນຈຸດນັດພົບໜຶ່ງທີ່ໜ້າອອນຊອນ ແລະ ດຶງດູດຄວາມສົນໃຈຈາກບຸກຄົນທີ່ມີີຄວາມຮັກຕໍ່ທະເລ.

        ໜັງສືພິມແຖວໜ້າ ຢູ່ ມາເລເຊຍ, New Straits Times ໃນວັນທີ 13 ກຸມພາ ໄດ້ລົງບົດຂຽນແນະນໍາກ່ຽວກັບທິວທັດອັນສວຍສົດງົດງາມຂອງຫາດແຄມທະເລທາງພາກກາງ ຫວຽດນາມ, ໃນນັ້ນ ໄດ້ຕີລາຄາວ່າ ນີ້ແມ່ນສະຖານທີ່ທ່ອງທ່ຽວທີ່ໜ້າປະທັບໃຈ ສໍາລັບແຂກທ່່ອງທ່ຽວ ມາເລເຊຍ ໃນໂອກາດວັນແຫ່ງຄວາມຮັກໃນຍາມຕົ້ນປີ 2019. ທ່ານ Jade Tye ຜູ້ຂຽນບົດດັ່ງກ່າວ ໄດ້ຢັ້ງຢືນວ່າ ຖ້າຫາກແຂກທ່ອງທ່ຽວ ມາເລເຊຍ ມີແຜນ ແລະ ພວມຊອກຫາຫາດແຄມທະເລແຫ່ງໃໝ່ນັ້ນ ແຄມທະເລທີ່ຍາວຢຽດລຽບຕາມພາກກາງຫວຽດນາມ ແມ່ນຈຸດນັດພົບໜຶ່ງທີ່ໜ້າອອນຊອນ ແລະ ດຶງດູດຄວາມສົນໃຈຈາກບຸກຄົນທີ່ມີີຄວາມຮັກຕໍ່ທະເລ.

        ໃນບົດຂຽນ, ຜູ້ຂຽນບໍ່ລືມເຕື້ອງເຖິງບັນດາສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງທີ່ລຽບຕາມແຄມທະເລຂອງຫວຽດນາມຄື, ຖະໜົນເກົ່າໂຮ້ຍອານ - ມໍລະດົກວັດທະນະທໍາໂລກ ໂດຍໄດ້ຮັບການຮັບຮອງຈາກ ອົງການ UNESCO, ນອກນັ້ນ ກໍຍັງມີນະຄອນ ຍາຈາງ, ມຸ໊ຍແນ໊ ແລະ ອື່ນໆ.

ຕອບກັບ

ຂ່າວ/ບົດ​ອື່ນ