ໜັງ​ສື​ພິມ ຣູ​ມານີ ລົງ​ຂ່າວ​ເປັນ​ຈຳ​ນວນຫຼາຍ​ກ່ຽວ​ກັບການ​ ເຈ​ລະ​ຈາ​ທາງ​ໂທ​ລະ​ສັບ ລະ​ຫວ່າງ​ ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ແລະ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຣູ​ມາ​ນີ Klaus Iohannis

(VOVWORLD) -ວັນທີ 14 ກໍລະກົດ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການເຈລະຈາທາງໂທລະສັບກັບທ່ານປະທານາທິບໍດີ ຣູມານີ Klaus Iohannis. ແລະກໍ່ໃນວັນດຽວກັນ, ສຳນັກຂ່າວສານ ຣູມານີ ກໍ່ໄດ້ລົງຂ່າວເປັນຈຳນວນຫຼວງຫຼາຍກ່ຽວກັບເຫດການນີ້.
ໜັງ​ສື​ພິມ ຣູ​ມານີ ລົງ​ຂ່າວ​ເປັນ​ຈຳ​ນວນຫຼາຍ​ກ່ຽວ​ກັບການ​ ເຈ​ລະ​ຈາ​ທາງ​ໂທ​ລະ​ສັບ ລະ​ຫວ່າງ​ ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ແລະ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຣູ​ມາ​ນີ Klaus Iohannis - ảnh 1ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ເຈລະຈາທາງໂທລະສັບກັບທ່ານປະທານາທິບໍດີ ຣູມານີ Klaus Iohannis (ພາບ: TTXVN)

ບົດຂຽນໃຫ້ຮູ້ວ່າ ຝ່າຍຣູມານີ ໄດ້ຕີລາຄາສູງການເຈລະຈາທາງໂທລະສັບລະຫວ່າງການນຳສອງປະເທດ. ຕາມທຳນຽບປະທານາທິບໍດີ ຣູມານີ ແລ້ວ, ການເຈລະຈາທາງໂທລະສັບໄດ້ສ້າງກາລະໂອກາດແລກປ່ຽນທັດສະນະກ່ຽວກັບບັນດາການພັດທະນາຫຼ້າສຸດ ແລະ ແງ່ຫວັງໃຫ້ແກ່ການພົວພັນສອງຝ່າຍ ລະຫວ່າງ ຣູມານີ ແລະ ຫວຽດນາມ ລວມມີວຽກງານປ້ອງກັນຕ້ານໂລກລະບາດໂຄວິດ - 19. ໃນການເຈລະຈາທາງໂທລະສັບ, ການນຳສອງທ່ານໄດ້ປຶກສາຫາລື ກ່ຽວກັບການພົວພັນທີ່ເປັນມູນເຊື້ອ, ການໂອ້ລົມສົນທະນາດ້ານການເມືອງ ກໍ່ຄືການພົວພັນດ້ານເສດຖະກິດ ລະຫວ່າງສອງປະເທດ.

ກ່ອນທີ່ປະກາດຈະມອບວັກຊິນກັນໂຄວິດ - 19 ແມ່ນ 100.000 ໂດສ ໃຫ້ແກ່ ຫວຽດນາມ, ທ່ານປະທານາທິບໍດີ ຣູມານີ Klaus Iohannis ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ນ້ຳໃຈສາມັກຄີ ເຊິ່ງ ຫວຽດນາມ ໄດ້ສະຫງວນໃຫ້ແກ່ ຣູມານີ ຜ່ານການມອບອຸປະກອນການແພດ ເມື່ອໂລກລະບາດໂຄວິດ - 19 ລະບາດຢູ່ປະເທດນີ້ ໃນປີກາຍ ແລະ ສະແດງໃຫ້ເຫັນວ່າ ພ້ອມແລ້ວທີ່ຈະຮຽງບ່າຮຽງໄຫຼ່ກັບ ຫວຽດນາມ ໃນບັ້ນຕໍ່ສູ້ຍູ້ໂລກລະບາດໃຫ້ຖອຍໄປ.

ຝ່າຍ ຣູມານີ ມີຄວາມຫວັງວ່າ, ດ້ວຍການພົວພັນສອງຝ່າຍອັນດີງາມ ກໍ່ຄືເລື່ອງສັນຍາການຄ້າເສລີ ຫວຽດນາມ - ຣູມານີ ມີຜົນສັກສິດ, ໃນໄລຍະຈະມາເຖິງ ການຮ່ວມມືລະຫວ່າງ ຣູມານີ ຫວຽດນາມ ຈະພັດທະນາໄປໄກກ່ວາອີກ ດ້ວຍວິທີການກຳນົດບັນດາຂົງເຂດໃໝ່ໃຫ້ແກ່ການຮ່ວມມືສອງຝ່າຍ ກໍ່ຄືເພີ່ມທະວີການຮ່ວມມືຫຼາຍຝ່າຍ ເພື່ອປັບປຸງຄວາມເປັນລະບຽບຮຽບຮ້ອຍໃນທົ່ວໂລກ ໂດຍອີງໃສ່ຫຼັກການສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ