ໜັງສືພິມ ລັດເຊຍ ຢືນຢັນຄຸນຄ່າແນວທາງ “ການທູດໄມ້ໄຜ່” ຫວຽດນາມ

(VOVWORLD) - ບົດຂຽນໄດ້ຂຽນວ່າ: ໃນຕະຫຼອດໄລຍະປະວັດສາດປະເທດ ຫວຽດນາມ ເອກະລາດ, ພັກກອມມູນິດ ຫວຽດນາມ ຖືແນວຮົມການຕ່າງປະເທດແມ່ນພາກສ່ວນສຳຄັນທີ່ສຸດໃນການຕໍ່ສູ້ປະຕິວັດ
ໜັງສືພິມ ລັດເຊຍ ຢືນຢັນຄຸນຄ່າແນວທາງ “ການທູດໄມ້ໄຜ່” ຫວຽດນາມ - ảnh 1ທ່ານປະທານປະເທດ ໂຕເລິມ ແລະ ທ່ານປະທານາທິບໍດີ Vladimir Putin
(ພາບ: TTXVN)

        ໜັງສືພິມ ຄວາມຈິງ (Pravda) ຂອງສະຫະພັນ ລັດເຊຍ, ສະບັບອອກວັນທີ 30 ສິງຫາ, ໄດ້ມີບົດຂຽນດ້ວຍຫົວຂໍ້ “ການທູດໄມ້ໄຜ່ຂອງ ຮ່າໂນ້ຍ”, ໃນນັ້ນ, ຢືນຢັນຄຸນຄ່າຂອງແນວທາງການທູດໄມ້ໄຜ່ໄດ້ຊ່ວຍໃຫ້ ຫວຽດນາມ ມີການພົວພັນກັບສາກົນຢ່າງເລິກເຊິ່ງກວ້າງຂວາງ ແລະ ມີອິດທິພົນຊື່ສຽງ, ກໍຄືຄວາມໄວ້ເນື້ອເຊື່ອໃຈບົນເວທີສາກົນ.

        ບົດຂຽນໄດ້ຂຽນວ່າ: ໃນຕະຫຼອດໄລຍະປະວັດສາດປະເທດ ຫວຽດນາມ ເອກະລາດ, ພັກກອມມູນິດ ຫວຽດນາມ ຖືແນວຮົມການຕ່າງປະເທດແມ່ນພາກສ່ວນສຳຄັນທີ່ສຸດໃນການຕໍ່ສູ້ປະຕິວັດ, ບໍ່ພຽງແຕ່ເພື່ອເອກະລາດ, ເປັນເຈົ້າຕົນເອງເທົ່ານັ້ນ, ຫາກຍັງຮັບປະກັນໃຫ້ແກ່ການພັດທະນາຄວາມກ້າວໜ້າ ແລະ ກ້າວໄປເຖິງອະນາຄົດສັງຄົມນິຍົມຂອງຊາດ ຫວຽດນາມ ອີກດ້ວຍ. ໃນທຸກວັນນີ້, ຂະແໜງການທູດໄດ້ຮັບໜ້າທີ່ນຳໜ້າໃນການປົກປ້ອງຜົນປະໂຫຍດຂອງຊາດ ຫວຽດນາມ. ບົດຂຽນໄດ້ໃຫ້ຂໍ້ສັງເກດວ່າ, ດ້ວຍທິດທາງ “ການທູດໄມ້ໄຜ່”, ຫວຽດນາມ ພວມຮັກສາການພົວພັນກັບທຸກໆປະເທດ, ພ້ອມແລ້ວຈະຮ່ວມມືກັບ ລັດເຊຍ ບົນພື້ນຖານສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ.

ຕອບກັບ

ຂ່າວ/ບົດ​ອື່ນ