ໜັງ​ສື​ພິມ ສິງ​ກະ​ໂປ: ຫວຽດ​ນາມ ພວມ​ບືນ​ຕົວ​ຂຶ້ນ​ກາຍ​ເປັນ “​ເສືອ​ໃໝ່​ຂອງ ອາ​ຊີ”

(VOVWORLD) -ບົດຂຽນ “ສຽງຮ້ອງຂອງເສືອໃໝ່ໃນ ອາຊີ” ທີ່ຫາກໍໄດ້ລົງພິມໃນໜັງສືພິມ Business Times ຂອງ (ສິງກະໂປ), ໜັງສືພິມການເງິນລາຍວັນຂອງ ສິງກະໂປ ໄດ້ຍົກອອກຂໍ້ສັງເກດວ່າ ພື້ນຖານເສດຖະກິດ ຫວຽດນາມ ໄດ້ມີບາດກ້າວເດີນກະໂດດຂັ້ນ ແລະ ພວມຢູ່ໃນທ່າບືນຕົວຂຶ້ນກາຍເປັນ “ເສືອໃໝ່ຂອງ ອາຊີ”, ດ້ວຍກຳລັງເຕີບໂຕຂອງຕະຫຼາດອະສັງຫາລິມະຊັບ ແລະ ຊົນຊັ້ນຮັ່ງມີ.

ຕາມໜັງສືພິມສະບັບນີ້, ຫວຽດນາມ ໄດ້ຮັບການຮັບຮູ້ວ່າ GDP ໃນປີ 2021 ເພີ່ມຂຶ້ນ 2,6% ແລະ ການຟື້ນຟູເສດຖະກິດຫຼັງໂລກລະບາດໂຄວິດ - 19 ຄາດວ່າ ຈະເຕີບໂຕຢ່າງໄວວາໃນປີ 2022. Business Times ກໍໄດ້ຄັດສະເໜີການຄາດຄະເນຂອງບໍລິສັດຄົ້ນຄ້າການເງິນ DBS ຂອງ ສິງກະໂປ ໂດຍໃຫ້ຮູ້ວ່າ ການເຕີບໂຕ GDP ຂອງ ຫວຽດນາມ ຈະບັນລຸ 8% ໃນປີ 2022, ເຊິ່ງໄດ້ຮັບການຊຸກຍູ້ຍ້ອນນະໂຍບາຍເງິນຕາທີ່ເໝາະສົມ.

Business Times ກໍຊີ້ອອກການປ່ຽນແປງຢ່າງແຮງຂອງພື້ນຖານເສດຖະກິດ ຫວຽດນາມ ໃນຊຸມປີມໍ່ໆມານີ້. ທີໜຶ່ງແມ່ນ ການເພີ່ມຂຶ້ນຂອງຊົນຊັ້ນທີ່ຮັ່ງມີ. ທີສອງແມ່ນສະພາບແວດລ້ອມສົ່ງເສີມການເລີ່ມດຳເນີນທຸລະກິດ. ທີສາມແມ່ນ ການພັດທະນາຂອງພະລັງງານຜະລິດຄືນໃໝ່. ທີສີ່ແມ່ນການພັດທະນາຢ່າງແຮງຂອງຕະຫຼາດອະສັງຫາລິມະຊັບ ຢູ່ ຫວຽດນາມ ໄດ້ດຶງດູດງເງິນລົງທຶນຈາກຫຼາຍບໍລິສັດອະສັງຫາລິມະຊັບ ສິງກະໂປ ແລະ ສຸດທ້າຍແມ່ນ ຫວຽດນາມ ມີຄວາມຕ້ອງການຢ່າງໃຫຍ່ຫຼວງໃນການພັດທະນາພື້ນຖານໂຄງລ່າງ.


ຕອບກັບ

ຂ່າວ/ບົດ​ອື່ນ