ໜັງ​ສື​ພິມ ເຍິນ​ເຢິນ ຍາມ​ໃດ​ກໍ​ສົມ​​ເປັນ​ຄັນ​ທຸງ​ການ​ເມືອງ, ແນວ​​ຄ​ິດ​ຂອງ​ພັກ​ໃນ​ແນວ​ຮົບ​ສື່ມວນ​ຊົນ

(VOVWORLD) -ກຳລັງນັກຂ່າວ ໜັງສືພິມ ເຍິນເຢິນ ຈະເສີມຂະຫຍາຍມູນເຊື້ອຂອງສື່ມວນຊົນປະຕິວັດ ຫວຽດນາມ ໃນ 95 ປີຜ່ານມາ, ມູນເຊື້ອຂອງໜັງສືພິມເຍິນເຢິນ ໃນ 70 ປີຜ່ານມາ ແລະ ອອກເຫື່ອເທແຮງຝຶກຝົນຫຼໍ່ຫຼອມຄຸນນະທາດ, ຈັນຍາບັນວິຊາສະເພາະ, ຄຸນສົມບັດ, ປະດິດຄິດສ້າງ, ອັບເດດວິທີເຮັດຂ່າວແບບທັນສະໄໝ ເພື່ອໃຫ້ໜັງສືພິມ ເຍິນເຢິນ ຍາມໃດກໍສົມເປັນຄັນທຸງປະຕິວັດ, ແນວຄິດຂອງພັກ ໃນແນວຮົບສື່ມວນຊົນຂອງປະເທດ ຫວຽດນາມ. 
ໜັງ​ສື​ພິມ ເຍິນ​ເຢິນ ຍາມ​ໃດ​ກໍ​ສົມ​​ເປັນ​ຄັນ​ທຸງ​ການ​ເມືອງ, ແນວ​​ຄ​ິດ​ຂອງ​ພັກ​ໃນ​ແນວ​ຮົບ​ສື່ມວນ​ຊົນ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ພິທີ (ພາບ: TTXVN)

ຕອນເຊົ້າວັນທີ 11 ມີນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນ ໜັງສືພິມ ເຍິນເຢິນ (ກະບອກສຽງຂອງພັກ) ອອກສະບັບທຳອິດ (11/3/1951 – 11/3/2021). ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ກຳນົດໄດ້ເປົ້າໝາຍ, ກຳນົດທິດພັດທະນາ ແລະ ໜ້າທີ່ຈຸດສຸມ, ຍຸດທະສາດບຸກທະລຸ ເພື່ອພັດທະນາປະເທດຊາດໃນໄລຍະຈະມາເຖິງ. ເພື່ອປະຕິບັດມະຕິກອງປະຊຸມໃຫຍ່ຂອງພັກໄດ້ຢ່າງມີໄຊ, ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ ຕ້ອງມີຄວາມມານະພະຍາຍາມຂອງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ໃນນັ້ນ ມີບົດບາດຂອງກຳລັງສື່ມວນຊົນປະຕິວັດຂອງທົ່ວປະເທດເວົ້າລວມ ແລະ ໜັງສືພິມ ເຍິນເຢິນ ເວົ້າສະເພາະ. ສະນັ້ນ, ທ່ານສະເໜີໃຫ້ໜັງສືພິມ ເຍິນເຢິນ ສຸມໃສ່ການເຜີຍແຜ່ໂຄສະນາການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງ ພັກ ຢ່າງເລິກເຊິ່ງກວ້າງຂວາງ.  ພ້ອມທັງປາດຖະໜາວ່າ, ກຳລັງນັກຂ່າວ ໜັງສືພິມ ເຍິນເຢິນ ຈະເສີມຂະຫຍາຍມູນເຊື້ອຂອງສື່ມວນຊົນປະຕິວັດ ຫວຽດນາມ ໃນ 95 ປີຜ່ານມາ, ມູນເຊື້ອຂອງໜັງສືພິມເຍິນເຢິນ ໃນ 70 ປີຜ່ານມາ ແລະ ອອກເຫື່ອເທແຮງຝຶກຝົນຫຼໍ່ຫຼອມຄຸນນະທາດ, ຈັນຍາບັນວິຊາສະເພາະ, ຄຸນສົມບັດ, ປະດິດຄິດສ້າງ, ອັບເດດວິທີເຮັດຂ່າວແບບທັນສະໄໝ ເພື່ອໃຫ້ໜັງສືພິມ ເຍິນເຢິນ ຍາມໃດກໍສົມເປັນຄັນທຸງປະຕິວັດ, ແນວຄິດຂອງພັກ ໃນແນວຮົບສື່ມວນຊົນຂອງປະເທດ ຫວຽດນາມ. 

ຕອບກັບ

ຂ່າວ/ບົດ​ອື່ນ