ໜັງສືພິມ ເຢຍລະມັນ ຍ້ອງຍໍຊົມເຊີຍການປ່ຽນແປງຂອງພື້ນຖານເສດຖະກິດ ຫວຽດນາມ

(VOVWORLD) -ຖ້າປຽບທຽບກັບປະເທດໜຶ່ງທີ່ມີຂອບຂະໜາດຄ້າຍຄືກັນ ຈະບໍ່ມີປະເທດໃດໃນໂລກມີຄວາມເສລີກ່ຽວກັບການເຮັດເສດຖະກິດດີຄືຢູ່ ຫວຽດນາມ ນັບແຕ່ປີ 1995 ມານີ້.

ໜັງສືພິມ ເຢຍລະມັນ ຍ້ອງຍໍຊົມເຊີຍການປ່ຽນແປງຂອງພື້ນຖານເສດຖະກິດ ຫວຽດນາມ - ảnh 1ຫວຽດນາມ ບັນລຸໄດ້ຜົນງານທີ່ໜ້າຊື່ນຊົມກ່ຽວກັບຄວາມເສລີທາງດ້ານເສດຖະກິດ (ພາບ: TTXVN)

ຕາມເວັບໄຊ ເສດຖະກິດ ແລະ ການເງິນຂອງ ເຢຍລະມັນ wallstreet-online.de ແລ້ວ, ບໍ່ມີປະເທດໃດທີ່ມີຂອບຂະໜາດທີ່ບໍ່ໜ້ອຍບໍ່ໃຫຍ່ໃນໂລກ ພັດບັນລຸໄດ້ຜົນງານໃຫຍ່ຫຼວງກ່ຽວກັບດັດຊະນີ ຄວາມເສລີດ້ານເສດຖະກິດ ຄື ຫວຽດນາມ ນັບແຕ່ປີ 1995 ມານີ້.  ບົດຂຽນໃຫ້ຮູ້ວ່າ ຕາມຕາຕະລາງຈັດອັນດັບ ດັດຊະນີຄວາມເສລີດ້ານເສດຖະກິດ ປີ 2023 ຂອງ 176 ປະເທດ ແລະ ເຂດແຄວ້ນ ໂດຍກອງທຶນ ມໍລະດົກ (Heritage Foundation) ປະກາດໃນວັນທີ 28 ກຸມພາ ຜ່ານມາ, ລະດັບຄວາມເສລີກ່ຽວກັບເສດຖະກິດຂອງ ຫວຽດນາມ ຢູ່ໃນລະດັບ 61,8/100 ຄະແນນ, ເພີ່ມຂຶ້ນ 1,2 ຄະແນນ ເມື່ອທຽບໃສ່ດັດຊະນີຕີລາຄາຂອງປີກາຍ. ຢູ່ພາກພື້ນ ອາຊີ - ປາຊີຟິກ, ຫວຽດນາມ ຢືນອັນດັບທີ 14/39 ປະເທດ ແລະ ເຂດແຄວ້ນ. ພິເສດ, ລວມຄະແນນທັງໝົດຂອງ ຫວຽດນາມ ແມ່ນນອນໃນລະດັບກາຍປານກາງຂອງໂລກ ແລະ ພາກພື້ນ. ເຖິງຢ່າງໃດກໍຄາມ, ຕາມບົດຂຽນແລ້ວ, ອັນດັບເຊິ່ງ ຫວຽດນາມ ບັນລຸໄດ້ນັ້ນ ບໍ່ສໍາຄັນເທົ່າກັບການປ່ຽນແປງຂອງພື້ນຖານເສດຖະກິດຂອງປະເທດ. ຖ້າປຽບທຽບກັບປະເທດໜຶ່ງທີ່ມີຂອບຂະໜາດຄ້າຍຄືກັນ ຈະບໍ່ມີປະເທດໃດໃນໂລກມີຄວາມເສລີກ່ຽວກັບການເຮັດເສດຖະກິດດີຄືຢູ່ ຫວຽດນາມ ນັບແຕ່ປີ 1995 ມານີ້.


ຕອບກັບ

ຂ່າວ/ບົດ​ອື່ນ