ໜັງ​ສື​ພິມ ເຢຍ​ລະ​ມັນ ​ລົງ​ບົດ​ຂຽນ​ກ່ຽວ​ກັບ​ຄວາມ​ມາ​ນະ​ພະ​ຍາ​ຍາມ ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຂອງ ຫວຽດ​ນາມ

(VOVWORLD) -ຢູ່ເມືອງ ຮ່ວານກຽມ ເຊິ່ງເປັນສະຖານທີ່ຕ້ອນຮັບແຂກທ່ອງທ່ຽວ ຢ່າງຫຼວງຫຼາຍ ເປັນປະຈຳ ໃນເວລາກ່ອນເກີດໂລກລະບາດໂຄວິດ - 19, ແຕ່ລະວັນ ຈະສັກວັກຊິນກັນໂຄວິດ - 19 ປະມານ 4000 ໂດສ ໃຫ້ແກ່ປະຊາຊົນຢູ່ສູນສັກວັກຊິນ 7 ແຫ່ງ. 
ໜັງ​ສື​ພິມ ເຢຍ​ລະ​ມັນ ​ລົງ​ບົດ​ຂຽນ​ກ່ຽວ​ກັບ​ຄວາມ​ມາ​ນະ​ພະ​ຍາ​ຍາມ ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຂອງ ຫວຽດ​ນາມ - ảnh 1ສັກວັກຊິນໃຫ້ແກ່ປະຊາຊົນ (ພາບ: TTXVN)

ໜັງສືພິມ Jungewelt ຂອງ ເຢຍລະມັນ (ໂລກຂອງໄວໜຸ່ມ) ຫາກໍ່ລົງບົດຂຽນກ່ຽວກັບເລື່ອງນະຄອນຫຼວງ ຮ່າໂນ້ຍ ເລີ່ມຜັນຂະຫຍາຍການສັກວິກຊິນ ໃຫ້ປະຊາຊົນ ໃນຄວາມມານະພະຍຍາມຍູ້ໂລກລະບາດໂຄວິດ - 19 ໃຫ້ຖອຍໄປໂດຍໄວ. ໃນບົດຂຽນ, ຜູ້ຂຽນ Stefan Kühner ໃຫ້ຮູ້ວ່າ: ອຳນາດການປົກຄອງນະຄອນ ຮ່າໂນ້ຍ ໄດ້ເລີ່ມສັກວັກຊິນກັນໂຄວິດ - 19 ໃຫ້ປະຊາຊົນນະຄອນຫຼວງ. ຢູ່ເມືອງ ຮ່ວານກຽມ ເຊິ່ງເປັນສະຖານທີ່ຕ້ອນຮັບແຂກທ່ອງທ່ຽວ ຢ່າງຫຼວງຫຼາຍ ເປັນປະຈຳ ໃນເວລາກ່ອນເກີດໂລກລະບາດໂຄວິດ - 19, ແຕ່ລະວັນ ຈະສັກວັກຊິນກັນໂຄວິດ - 19 ປະມານ 4000 ໂດສ ໃຫ້ແກ່ປະຊາຊົນຢູ່ສູນສັກວັກຊິນ 7 ແຫ່ງ. ການສັກວັກຊິນ ຈະແກ່ຍາວແຕ່ເດືອນກໍລະກົດ ປີ 2021 ຫາເດືອນເມສາ ປີ 2022 ແລະ ຄາດວ່າຈະມີຜູ້ໃນເກນອາຍຸແຕ່ 18 – 65 ປີ ປະມານ 5,1 ລ້ານຄົນ ໄດ້ຮັບການສັກວັກຊິນ. ປັດຈຸບັນ, ຫວຽດນາມ ໄດ້ນຳໃຊ້ສ່ວນຫຼາຍແມ່ນວັກຊິນຂອງບັນດາບໍລິສັດ AstraZeneca, Moderna ແລະ Sputnik V. ຕາມຜູ້ຂຽນແລ້ວ, ຫວຽດນາມ ໄດ້ຄວບຄຸມໂລກລະບາດໂຄວິດ - 19 ຢ່າງສຳເລັດຜົນໃນໄລຍະເວລາຍາວ. ຮອດຕົ້ນເດືອນພຶດສະພາທີ່ຜ່ານມາ, ຫວຽດນາມ ຢັ້ງຢືນ ມີຈຳນວນຜູ້ຕິດເຊື້ອພະຍາດໂຄສິດ - 19 ພຽງແຕ່ປະມານ 3000 ຄົນ. ເຖິງຢ່າງໃດກໍຕາມ ນັບແຕ່ເດືອນມິຖຸນາ, ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ເພີ່ມຂຶ້ນໂດຍໄວ ແລະ ປັດຈຸບັນ ແມ່ນມີຜູ້ຕິດເຊື້ອພະຍາດຫຼາຍກ່ວາ 100.000 ຄົນແລ້ວ. ອຳນາດການປົກຄອງນະຄອນ ຮ່າໂນ້ຍ ໄດ້ຜັນຂະຫຍາຍບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢ່າງຂ້ຽວຂາດ ເພື່ອສະກັດກັ້ນການແຜ່ລາມຂອງໂລກລະບາດໂຄວິດ - 19.

ຕອບກັບ

ຂ່າວ/ບົດ​ອື່ນ